ພາສາລາວ

ທ່ານສີຈິ້ນຜິງພົບປະກັບທ່ານປຣາໂບໂວ ຊູບຽນໂຕ

cri2024-04-02 10:43:05
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 1 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ພົບປະກັບທ່ານປຣາໂບໂວ ຊູບຽນໂຕ ຜູ້ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງອິນໂດເນເຊຍຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການພົວພັນຈີນ-ອິນໂດເນເຊຍໄດ້ປະສົບຜົນສຳເລັດອັນລ້ຳຄ່າ, ສຳຄັນແມ່ນຍ້ອນວ່າໄດ້ຍຶດໝັ້ນຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ, ຍຶດໝັ້ນຄວາມໄວ້ເນື້ອເຊື່ອໃຈກັນແລະຊ່ວຍຊູຍູ້ໜູນກັນ, ຍຶດໝັ້ນຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍຶດໝັ້ນຄວາມຍຸຕິທຳ ແລະ ຄວາມເປັນທຳ. ຈີນ ແລະ ອິນໂດເນເຊຍລ້ວນແຕ່ເປັນປະເທດພວມພັດທະນາທີ່ໃຫຍ່ ແລະ ປະເທດທີ່ຕາງໜ້າຕະຫຼາດຈະເລີນໃໝ່. ສອງຝ່າຍຄວນຍຶດໝັ້ນເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ຍຶດໝັ້ນການສະໜັບສະໜູນຜົນປະໂຫຍດດ້ານອະທິປະໄຕ, ຄວາມໝັ້ນຄົງ ແລະ ການພັດທະນາເຊິ່ງກັນແລະກັນ, ເຂົ້າໃຈ ແລະ ສະໜັບສະໜູນຜົນປະໂຫຍດແກນກາງຂອງກັນແລະກັນ ແລະ ບັນຫາສຳຄັນທີ່ຈີນຫຼືອິນໂດເນເຊຍສົນໃຈເປັນຢ່າງຍິ່ງ. ຈີນຍິນດີຮັກສາການໄປມາຫາສູ່ຢ່າງແໜ້ນແຟ້ນກັບອິນໂດເນເຊຍ, ຖອດຖອນບົດຮຽນດ້ານການປົກຄອງປະເທດ ແລະ ການຄຸ້ມຄອງລັດ, ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ສືບຕໍ່ລົງເລິກການຮ່ວມມືທາງທະເລ. ຈີນຍິນດີເພີ່ມທະວີການຮ່ວມມື ແລະ ໃຫ້ການສະໜັບສະໜູນແກ່ອິນໂດເນເຊຍໃນຂົງເຂດຫຼຸດຜ່ອນຄວາມທຸກຍາກແລະລຶບລ້າງຄວາມທຸກຍາກ.

ທ່ານປຣາໂບໂວ ຊູບຽນໂຕກ່າວວ່າ: ລັດຖະບານຊຸດໃໝ່ຂອງອິນໂດເນເຊຍຍິນດີຕັ້ງໜ້າຊຸກຍູ້ການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາລະຫວ່າງສອງປະເທດ, ຊຸກຍູ້ໃຫ້ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການຫຼຸດຜ່ອນຄວາມທຸກຍາກ ແລະ ຂົງເຂດອື່ນໆລະຫວ່າງສອງປະເທດໃຫ້ປະສົບຜົນສຳເລັດຫຼາຍກວ່າເກົ່າ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງຕໍ່ຈີນທີ່ໄດ້ຍຶດໝັ້ນຄວາມເປັນທຳຢ່າງສະເໝີຕົ້ນສະເໝີປາຍໃນວຽກງານສາກົນ ໂດຍສະເພາະແມ່ນບັນຫາປາແລັດສະຕິນ. ອິນໂດເນເຊຍຍິນດີເພີ່ມທະວີການປະສານງານ ແລະ ການຮ່ວມມືກັບຈີນໃນວຽກງານສາກົນ ແລະ ພາກພື້ນ, ປະກອບສ່ວນຫຼາຍກວ່າເກົ່າ ເພື່ອການຮ່ວມມືໃຕ້-ໃຕ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn