ພາສາລາວ

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີສີລັງກາ

cri2024-03-28 11:44:14
Share
Share this with Close
Messenger Pinterest LinkedIn

ວັນທີ 27 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ດີເນສ ກູນາວາດານາ ນາຍົກລັດຖະມົນຕີສີລັງກາທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງຊີ້ອອກວ່າ: ສອງປະເທດຕ້ອງຮ່ວມກັນສຸມຄວາມພະຍາຍາມ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ລົງເລິກການຮ່ວມມືດ້ານການຈໍລະຈອນສິນຄ້າ, ພະລັງງານ ແລະ ຂະແໜງການ, ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພະລັງງານສະອາດ, ວັດທະນະທຳ, ການທ່ອງທ່ຽວ, ເສດຖະກິດມະຫາສະໝຸດ ແລະ ອື່ນໆ.

ທ່ານດີເນສ ກູນາວາດານາ ກ່າວວ່າ, ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ ໄດ້ເພີ່ມພະລັງແຮງຂັບເຄື່ອນ ແລະ ພະລັງແຮງທາງບວກໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ, ສີລັງກາຈະຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມ. ສີລັງກາຍິນດີສືບຕໍ່ຮ່ວມກັບຈີນ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງອາຊີ ແລະ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

ຈັດເວທີເປິກສາຫາລືຍ່ອຍກ່ຽວກັບ “ການຄຸ້ມຄອງທາງສັງຄົມ ແລະ ຄວາມໝັ້ນຄົງໃນພາກພື້ນຂອງເວທີເປິກສາຫາລືອາຊີໂປອາວ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn