ພາສາລາວ

ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີອັງໂກລາ

CRI2024-03-16 15:30:28
Share
Share this with Close
Messenger Pinterest LinkedIn

ວັນທີ 15 ມີນານີ້,ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຈັດພົບປະເຈລະຈາກັບທ່ານໂຢອາວ ໂລເຣັນໂຊ ປະທານາທິບໍດີອັງໂກລາທີ່ມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດວ່າ:ຈະຍົກສູງການພົວພັນລະຫວ່າງຈີນ ກັບ ອັງໂກລາໃຫ້ເປັນການພົວພັນຄູ່ຮ່ວມມືຍຸດທະສາດອັນຮອບດ້ານ.

ທ່ານສີຈິ້ນຜິງກ່າວວ່າ: ການຮ່ວມມືລະຫວ່າງຈີນ ກັບ ອັງໂກລາມີພື້ນຖານດີ, ຂະໜາດໃຫຍ່, ສາມາດຕາບຈູນເຊິ່ງກັນແລະກັນໄດ້, ສອງຝ່າຍຄວນເພີ່ມທະວີການຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ຈີນຍິນດີຕ້ອນຮັບອັງໂກລາສືບຕໍ່ນຳໃຊ້ເວທີຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ງານເອັກສ໌ໂປຣເສດຖະກິດການຄ້າຈີນ-ອາຟຣິກາເປັນຕົ້ນ, ເພື່ອສົ່ງອອກຜະລິດຕະພັນຄຸນນະພາບດີໃຫ້ແກ່ປະເທດຈີນຫຼາຍກວ່າເກົ່າ.

ທ່ານໂຢອາວ ໂລເຣັນໂຊກ່າວວ່າ: ອັງໂກລາປະຕິບັດນະໂຍບາຍຈີນດຽວຢ່າງເດັດຂາດ. ອັງໂກລາຍ້ອງຍໍສັນລະເສີນຈີນທີ່ສຸມໃສ່ການຊຸກຍູ້ໃຫ້ໂລກມີສັນຕິພາບ ແລະ ຄວາມກ້າວໜ້າ ພ້ອມທັງປົກປັກຮັກສາຄວາມທ່ຽງທຳ ແລະ ຄວາມເປັນທຳສາກົນໂດຍຕະຫຼອດມາ. ອັງໂກລາຍິນດີເພີ່ມທະວີການປະສານງານຫຼາຍຝ່າຍກັບຈີນ ເພື່ອປົກປັກຮັກສາຈຸດປະສົງ ແລະຫຼັກການກົດບັດອົງການສະຫະປະຊາຊາດ ພ້ອມທັງປົກປັກຮັກສາກົດລະບຽບດ້ານການພົວພັນລະຫວ່າງຊາດທີ່ສຳຄັນຕ່າງໆ ເຊັ່ນ: ອະທິປະໄຕ, ເອກະລາດ, ບໍ່ແຊກແຊກວຽກງານພາຍໃນ ແລະ ອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ, ປະກອບສ່ວນອັນໃໝ່ເຂົ້າໃນການແກ້ໄຂມົນລະພິດດ້ານພລາສຕິກໃນທົ່ວໂລກ

ປູກຕົ້ນໄມ້ເພື່ອຕ້ອນຮັບລະດູບານໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ທ່ານສີຈິ້ນຜິງ: ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໝາຍຄວາມວ່າຈະເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳເກົ່າ

ສຳນວນທີ່ປະທັບໃຈຂອງທ່ານສີຈິ້ນຜິງໃນກອງປະຊຸມສອງສະພາທີ່ຜ່ານມາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn