ພາສາລາວ

ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງນາຍົກລັດຖະມົນຕີແບນຊິກ

CRI2024-01-13 12:29:50
Share
Share this with Close
Messenger Pinterest LinkedIn

ວັນທີ 12 ມັງກອນນີ້ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ອາເລັກຊັນເດີ ເດໂຄຣ ນາຍົກລັດຖະມົນຕີແບນຊິກໃນໂອກາດເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ.

ໃນໂອກາດນີ້, ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ນະໂຍບາຍຕໍ່ເອີຣົບຂອງຈີນແມ່ນໄດ້ຮັກສາຄວາມໝັ້ນທ່ຽງມາເປັນເວລາຍາວນານ, ຈີນຖືເອົາເອີຣົບເປັນຄູ່ຮ່ວມມືຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າເອີຣົບໃນຖານະເປັນກຳລັງແຮງອັນສໍາຄັນຢູ່ໃນໂລກຫຼາຍຂົ້ວ ຈະເສີມຂະຫຍາຍບົດບາດອັນຕັ້ງໜ້າ ແລະ ມີລັກສະນະສ້າງສັນ. ເມື່ອປະເຊີນໜ້າກັບສະພາບການສາກົນທີ່ມີຄວາມສັບສົນປັ່ນປ່ວນ, ລະຫວ່າງຈີນກັບເອີຣົບຕ້ອງມີຂົວຕໍ່ໃຫ້ຫຼາຍຂຶ້ນກວ່າເກົ່າ. ສອງຝ່າຍຄວນຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າ, ຊຸກຍູ້ການຫັນເປັນຫຼາຍຂົ້ວຂອງໂລກທີ່ມີຄວາມສະເໝີພາບ ແລະ ເປັນລະບຽບ ກໍຄືການຫັນເປັນເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ເພື່ອຮ່ວມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບເອີຣົບ, ຊຸກຍູ້ສາຍພົວພັນຈີນ-ເອີຣົບໃຫ້ໄດ້ຮັບຄວາມຄືບໜ້າບົນພື້ນຖານແຫ່ງຄວາມໝັ້ນທ່ຽງໃນປີໃໝ່, ຫວັງວ່າແບນຊິກໃນຖານະເປັນປະເທດປະທານໝູນວຽນຂອງສະຫະພາບເອີຣົບ ຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນວຽກງານດັ່ງກ່າວ.

ທ່ານ ອາເລັກຊັນເດີ ເດໂຄຣ ກ່າວວ່າ: ພາຍໃຕ້ສະພາບການສາກົນທີ່ມີຄວາມສັບສົນປັ່ນປ່ວນໃນປັດຈຸບັນ, ໂລກຕ້ອງການເອີຣົບ ແລະ ຈີນເປັນຄູ່ຮ່ວມມື, ເພີ່ມທະວີການຮ່ວມມືໃນຂົງເຂດອັນກວ້າງຂວາງ ເຊັ່ນ: ການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງໂລກທີ່ໝັ້ນຄົງກວ່າເກົ່າ ເປັນຕົ້ນ. ແບນຊິກໃນຖານະເປັນປະເທດປະທານໝູນວຽນຂອງສະຫະພາບເອີຣົບ, ຍິນດີເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນລະຫວ່າງເອີຣົບ-ຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນເລີ່ມການເດີນເຮືອຄັ້ງທຳອິດ

123全文 3 下一页

Share this story on

Messenger Pinterest LinkedIn