ພາສາລາວ

ທ່ານສີຈິ້ນຜິງກ່າວຄຳອວຍພອນປີໃໝ່ສາກົນ 2024

cri2023-12-31 19:27:13
Share
Share this with Close
Messenger Pinterest LinkedIn

ບັນດາສະຫາຍ, ເພື່ອນມິດ

ທ່ານຍິງ ແລະ ທ່ານຊາຍທັງຫຼາຍ:

ສະບາຍດີ! ລະດູໜາວກໍາລັງຈະຜ່ານພົ້ນໄປ, ລະດູບານໃໝ່ໃກ້ຈະໝູນວຽນມາເຖິງ. ເນື່ອງໃນໂອກາດລືກງາມຍາມດີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຂ້າພະເຈົ້າຂໍສົ່ງຄໍາອວຍພອນປີໃໝ່ສາກົນຈາກນະຄອນຫຼວງປັກກິ່ງເຖິງບັນດາທ່ານ!

ປີ 2023, ພວກເຮົາໄດ້ສືບຕໍ່ສູ້ຊົນ ແລະ ບຸກບືນກ້າວເດີນໄປຂ້າງໜ້າ, ຜ່ານຜ່າຟ້າຝົນລົມແຮງ ໄດ້ເຫັນທິວທັດທີ່ສວຍສົດງົດງາມ ແລະ ປະສົບຜົນສໍາເລັດອັນອຸດົມສົມບູນ. ບັນດາທ່ານໄດ້ຈົດຈໍາຄວາມຫຍຸ້ງຍາກລໍາບາກໃນປີນີ້ ແລະ ປ່ຽມລົ້ນໄປດ້ວຍຄວາມໝັ້ນໃຈໃນອະນາຄົດ.

ປີ 2023, ພວກເຮົາໄດ້ກ້າວເດີນໄປຂ້າງໜ້າຢ່າງເດັດດ່ຽວໜຽວແໜ້ນ. ການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເຂົ້າສູ່ໄລຍະຄວບຄຸມພະຍາດຕິດແປດທຳມະດາຢ່າງໝັ້ນທ່ຽງ, ເສດຖະກິດຈີນໄດ້ມີທ່ວງທ່າດີຂຶ້ນຢ່າງຕໍ່ເນື່ອງ, ການພັດທະນາດ້ວຍຄຸນນະພາບສູງໄດ້ດໍາເນີນໄປຢ່າງໜັກແໜ້ນ. ລະບົບອຸດສາຫະກໍາທັນສະໄໝໄດ້ສົມບູນຂຶ້ນກວ່າເກົ່າ, ອຸດສາຫະກໍາທີ່ເປັນເສົາຄໍ້າແບບໃໝ່ຕ່າງໆທີ່ມີລະດັບສູງ, ອັດສະລິຍະ ແລະ ສີຂຽວໄດ້ພັດທະນາໄປຢ່າງວ່ອງໄວ. ການຜະລິດທັນຍາຫານໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນເປັນເວລາ 20 ປີລຽນຕິດ, ພູຂຽວນໍ້າໃສມີສີສັນເຂັ້ມຂຸ້ນກວ່າເກົ່າ, ການພັດທະນາຊົນນະບົດໃຫ້ຈະເລີນໄດ້ປາກົດມີສະພາບໃໝ່. ການພັດທະນາພາກຕາເວັນອອກສຽງເໜືອຂອງຈີນໃຫ້ຈະເລີນຢ່າງຮອບດ້ານໄດ້ຂຽນປະຫວັດສາດໜ້າໃໝ່, ເຂດໃໝ່ສົງອ່ານໄດ້ພັດທະນາຢ່າງໄວວາ, ການພັດທະນາແລວເສດຖະກິດແມ່ນໍ້າຢາງຊີກ້ຽງມີຊີວິດຊີວາຫຼາຍ, ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວຢືນຢູ່ແຖວໜ້າຢ່າງກ້າຫານ. ເສດຖະກິດຈີນໄດ້ສ້າງສາຕົນເອງໃຫ້ເຂັ້ມແຂງທ່າມກາງຟ້າຝົນລົມແຮງ.

ປີ 2023, ພວກເຮົາໄດ້ກ້າວເດີນໄປຂ້າງໜ້າຢ່າງເຂັ້ມແຂງ. ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ສຸມທຸກຄວາມພະຍາຍາມຢ່າງບໍ່ລົດລະມາເປັນເວລາຍາວນານ, ຈີນມີພະລັງແຮງຂັບເຄື່ອນດ້ານການປະດິດສ້າງ ແລະ ຄວາມມີຊີວິດຊີວາດ້ານການພັດທະນາທີ່ເປັ່ງອອກມາຢ່າງໃຫຍ່ຫຼວງ. ເຮືອບິນຂະໜາດໃຫຍ່ C919 ໄດ້ບັນລຸການບິນດ້ານການຄ້າ, ກໍາປັ່ນນໍາທ່ຽວຂະໜາດໃຫຍ່ທີ່ຈີນຜະລິດໄດ້ສໍາເລັດການທົດລອງເດີນເຮືອ, ຍານອະວະກາດລະບົບເສີນໂຈ່ວໄດ້ປະຕິບັດພາລະກິດຢ່າງຕໍ່ເນື່ອງຢູ່ເທິງອະວະກາດ, ຍານດໍານໍ້າ “ເຟີ້ນໂຕ້ເຈີ” ໄດ້ດໍານໍ້າທະເລເລິກສຸດຂີດ. ຜະລິດຕະພັນຍີ່ຫໍ້ຈີນໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງຍິ່ງ, ໂທລະສັບມືຖືທີ່ຈີນຜະລິດແມ່ນຂາຍດິບຂາຍດີ, ລົດພະລັງງານໃໝ່, ແບັດເຕີຣີລີທຽມ, ຜະລິດຕະພັນທີ່ໃຊ້ພະລັງງານແສງຕາເວັນໄດ້ເພີ່ມຈຸດເດັ່ນໃໝ່ໃຫ້ແກ່ຜະລິດຕະພັນຈີນ. ຈີນໄດ້ບຸກບືນສູ້ຊົນດ້ວຍນໍ້າໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະ, ທຸກຂະແໜງການລ້ວນແຕ່ເຕັມໄປດ້ວຍການປະດິດສ້າງທີ່ມີການພັດທະນາຢ່າງວ່ອງໄວ.

ປິ 2023, ພວກເຮົາໄດ້ກ້າວເດີນໄປຂ້າງໜ້າຢ່າງມີຊີວິດຊີວາ. ງານມະຫາກໍາກິລາມະຫາວິທະຍາໄລໂລກເສີງຕູ່, ງານມະຫາກໍາກິລາເອຊຽນເກມຫາງໂຈ່ວໄດ້ສ້າງຄວາມປະທັບໃຈຢ່າງຫຼວງຫຼາຍ, ນັກກິລາໄດ້ສ້າງຜົນງານທີ່ດີເດັ່ນ. ໃນຍາມວັນພັກ ມີນັກທ່ອງທ່ຽວຄັບຄາໜາແໜ້ນ, ຕະຫຼາດຮູບເງົາມີບັນຍາກາດຟົດຟື້ນ. “ຊຸບເປີລີກຊົນນະບົດ” “ງານລາຕີຊົນນະບົດ” ແມ່ນເຕັມໄປດ້ວຍຄວາມມີຊີວິດຊີວາ, ວິຖີຊີວິດແບບກາກບອນຕໍ່າກາຍເປັນກະແສນິຍົມເທື່ອລະກ້າວ. ຊີວິດການເປັນຢູ່ທີ່ອົບອຸ່ນມີບັນຍາກາດ, ຄວາມຫ້າວຫັນຂຸ້ນຂ້ຽວເຮັດວຽກເພື່ອຟື້ນຟູເສດຖະກິດຄືນໃໝ່, ໄດ້ສ່ອງແສງໃຫ້ເຫັນເຖິງຄົນທັງຫຼາຍສະແຫວງຫາຄວາມດີງາມ ແລະ ຄວາມສຸກ, ທັງໄດ້ສ່ອງແສງໃຫ້ເຫັນເຖິງປະເທດຈີນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ຄວາມກະຕືລືລົ້ນ.

ປີ2023, ພວກເຮົາໄດ້ກ້າວເດີນໄປຂ້າງໜ້າດ້ວຍຄວາມໝັ້ນໃຈອັນເຂັ້ມແຂງ. ຈີນເປັນປະເທດທີ່ຍິ່ງໃຫຍ່ ເຊິ່ງໄດ້ສືບທອດອະລິຍະທຳທີ່ຍິ່ງໃຫຍ່. ຢູ່ບົນຜືນແຜ່ນດິນອັນກວ້າງໃຫຍ່ໄພສານ, ທິວທັດທຳມະຊາດອັນສວຍງາມບໍ່ວ່າຈະເປັນທະເລຊາຍທີ່ມີກິ່ນອາຍແຫ່ງຄວາມອະລັງການ ຫຼື ເຂດພາກໃຕ້ແມ່ນ້ຳຢາງຊີກ້ຽງທີ່ຢູ່ທ່າມກາງຝົນຝອຍ ຕ່າງກໍພາໃຫ້ຄົນເຮົາເພີດເພີນຫຼົງໄຫຼໄປກັບຄວາມສວຍງາມຂອງວັດທະນະທຳປະຫວັດສາດພັນປີ. ແມ່ນ້ຳເຫຼືອງທີ່ຄົດລ້ຽວກ້ຽວກອດ, ແມ່ນ້ຳຢາງຊີກ້ຽງໄຫຼແຮງໄປໜ້າຢ່າງບໍ່ຢຸດເຊົາ, ມັກຈະເຮັດໃຫ້ຄົນເຮົາຮູ້ສຶກພາກພູມໃຈ ແລະ ປ່ຽມລົ້ນໄປດ້ວຍຄວາມຈູບຈ້າວຫ້າວຫັນ. ແສງສະຫວ່າງດ້ານອະລິຍະທຳທີ່ສະທ້ອນອອກມາຈາກຮ່ອງຮອຍບູຮານສະຖານຫຼຽງຈູ,ເອີ້ຫຼີໂຖ, ການສືບທອດຕົວໜັງສືຈາກອອງເຕົ່າແລະກະດູກສັດຢູ່ຮ່ອງຮອຍບູຮານສະຖານຢິ່ນຊວີ່, ສິ່ງຍອດຍິ່ງດ້ານວັດທະນະທຳຂອງຮ່ອງຮອຍບູຮານສະຖານຊ່ານຊິ່ງຕຸ່ຍ, ການສືບທອດວັດທະນະທຳຈາກຫໍພິພິທະພັນສິ່ງພິມ ແລະ ວັດທະນະທຳແຫ່ງຊາດ…ປະເທດຈີນທີ່ມີດິນແດນອັນກວ້າງໃຫຍ່ໄພສານ,ມີປະຫວັດສາດມາເປັນເວລາດົນນານ,ມີວັດທະນະທຳທີ່ອຸດົມສົມບູນ, ທັງໝົດນີ້ໄດ້ກາຍເປັນພື້ນຖານແຫ່ງຄວາມໝັ້ນໃຈຕົນເອງ ແລະ ແຫຼ່ງພະລັງແຮງຂອງພວກເຮົາ.

ຈີນບໍ່ພຽງແຕ່ພັດທະນາຕົນເອງເທົ່ານັ້ນ, ຍັງຮ່ວມມືກັບໂລກຢ່າງຕັ້ງໜ້າ, ແບກຫາບຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່. ພວກເຮົາໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີນ-ອາຊີກາງ ແລະ ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢ່າງສຳເລັດຜົນ, ການເຄື່ອນໄຫວດ້ານການຕ່າງປະເທດ ທີ່ຈີນເປັນເຈົ້າພາບໄດ້ຕ້ອນຮັບເພື່ອນມິດຈາກທົ່ວໂລກ. ພ້ອມດຽວກັນນັ້ນ, ຂ້າພະເຈົ້າກໍໄດ້ໄປຢ້ຽມຢາມປະເທດຈຳນວນໜຶ່ງ, ໄດ້ເຂົ້າຮ່ວມກອງປະຊຸມສາກົນຈຳນວນໜຶ່ງ, ໄດ້ພົບປະກັບເພື່ອນມິດເກົ່າ ແລະ ໃໝ່ຈຳນວນຫຼາຍ, ໂດຍໄດ້ແບ່ງປັນຈຸດຢືນຂອງຈີນ, ລົງເລິກຄວາມຮັບຮູ້ທີ່ເປັນເອກະພາບກັນ, ສະພາບການຂອງໂລກຜັນແປຢູ່ເລື້ອຍໆ, ສັນຕິພາບ ແລະ ການພັດທະນາເປັນກະແສຫຼັກຢ່າງສະເໝີຕົ້ນສະເໝີປາຍ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນຫຼັກການຂັ້ນເດັດຂາດຢ່າງສະເໝີຕົ້ນສະເໝີປາຍ.

ຢູ່ບົນເສັ້ນທາງກ້າວເດີນໄປຂ້າງໜ້າ ການມີຟ້າຝົນລົມແຮງແມ່ນເປັນເລື່ອງປົກກະຕິ. ວິສາຫະກິດຈຳນວນໜຶ່ງໄດ້ປະເຊີນກັບຄວາມກົດດັນດ້ານການດຳເນີນທຸລະກິດ, ປະຊາຊົນຈຳນວນໜຶ່ງພົບພໍ້ຄວາມຫຍຸ້ງຍາກໃນການປະກອບອາຊີບ ແລະ ການດຳລົງຊີວິດ, ບາງທ້ອງຖິ່ນເກີດໄພພິບັດທຳມະຊາດເຊັ່ນ: ນ້ຳຖ້ວມ, ລົມພາຍຸ, ແຜ່ນດິນໄຫວ ແລະອື່ນໆ, ທັງໝົດນີ້ ຂ້າພະເຈົ້າແມ່ນມີຄວາມຫ່ວງໃຍຢູ່ໃນໃຈ. ປະຊາຊົນພວກເຮົາບໍ່ຢ້ານກົວຕໍ່ຟ້າຝົນລົມແຮງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຮັບມືກັບສິ່ງທ້າທາຍຢ່າງກ້າຫານ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ຂ້າພະເຈົ້າຮູ້ສຶກຊາບຊຶ້ງໃຈຢ່າງເລິກເຊິ່ງຕໍ່ເລື່ອງນີ້. ຊາວກະສິກອນທີ່ອອກແຮງງານຢ່າງດຸໝັ່ນຫ້າວຫັນ, ກຳມະກອນເຮັດວຽກຢ່າງອົດທົນ, ຜູ້ສ້າງທຸລະກິດທີ່ກ້າບຸກບືນສູ້ຊົນ, ທະຫານລູກຫຼານປະຊາຊົນທີ່ປ້ອງກັນປະເທດຊາດ, ປະຊາຊົນໃນທຸກສາຂາອາຊີບຕ່າງກໍສູ້ຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຄົນທຳມະດາສາມັນທຸກຄົນລ້ວນແຕ່ໄດ້ປະກອບສ່ວນທີ່ບໍ່ທຳມະດາ! ປະຊາຊົນເປັນບ່ອນອີງໃຫຍ່ທີ່ສຸດຂອງພວກເຮົາເພື່ອເອົາຊະນະຄວາມຫຍຸ້ງຍາກແລະສິ່ງທ້າທາຍທຸກຢ່າງ.

ປີ 2024 ແມ່ນປະເທດຈີນໃໝ່ສ້າງຕັ້ງຂຶ້ນຄົບຮອບ 75 ປີ. ພວກເຮົາຕ້ອງຊຸກຍູ້ຄວາມ ທັນສະໄໝແບບຈີນຢ່າງເດັດດ່ຽວໜຽວແໜ້ນ, ຈັດຕັ້ງປະຕິບັດແນວຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ເລັ່ງລັດສ້າງສະພາບການພັດທະນາແບບໃໝ່, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ປະສານສົມທົບການພັດທະນາ ແລະ ຄວາມໝັ້ນຄົງຢ່າງກົມກຽວໃຫ້ດີ. ພວກເຮົາຕ້ອງຍຶດໝັ້ນສະແຫວງຫາການພັດທະນາຢ່າງໜັກແໜ້ນ, ຊຸກຍູ້ການພັດທະນາຢ່າງໝັ້ນທ່ຽງດ້ວຍຄວາມກ້າວໜ້າ, ສ້າງອັນໃໝ່ຂຶ້ນກ່ອນແລ້ວຈຶ່ງຍົກເລີກອັນເກົ່າ, ປັບປຸງ ແລະ ເພີ່ມທະວີທ່ວງທ່າທີ່ເສດຖະກິດຟື້ນຟູດີຂຶ້ນ, ບັນລຸໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງ ແລະ ກ້າວໄປໄກ. ພວກເຮົາຕ້ອງລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ເພີ່ມຄວາມໝັ້ນໃຈດ້ານການພັດທະນາຕື່ມອີກ, ເພີ່ມຄວາມມີຊີວິດຊີວາດ້ານການພັດທະນາເສດຖະກິດ, ເພີ່ມຄວາມເຂັ້ມແຂງຫຼາຍກວ່າເກົ່າເຂົ້າໃນການພັດທະນາການສຶກສາ, ພັດທະນາວິທະຍາສາດເຕັກນິກໃຫ້ຈະເລີນ ແລະ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ. ພວກເຮົາຕ້ອງສືບຕໍ່ສະໜັບສະໜູນເຂດບໍລິຫານພິເສດຮົງກົງ ແລະ ມາກາວເສີມຂະຫຍາຍທ່າແຮງຂອງຕົນ, ຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຢ່າງຍາວນານໃນຂະບວນການເຊື່ອມໂຍງເຂົ້າໃນສະພາບລວມແຫ່ງການພັດທະນາປະເທດຊາດໃຫ້ດີກວ່າເກົ່າ. ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບແມ່ນຄວາມຈຳເປັນທາງປະຫວັດສາດ, ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນຄວນຮ່ວມແຮງຮ່ວມໃຈກັນ, ຮ່ວມກັນຊົມໃຊ້ກຽດສະຫງ່າທີ່ຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

ເປົ້າໝາຍຂອງພວກເຮົາເປັນເປົ້າໝາຍທີ່ຍິ່ງໃຫຍ່ ແລະ ລຽບງ່າຍ, ສະຫຼຸບແລ້ວແມ່ນເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ການລ້ຽງດູ ແລະ ສຶກສາອົບຮົມເດັກນ້ອຍ, ການປະກອບອາຊີບ ແລະ ການສ້າງໃຫ້ຊາວໜຸ່ມເປັນຜູ້ມີຄວາມຮູ້ຄວາມສາມາດ, ການເບິ່ງແຍງລ້ຽງດູ ແລະ ການປິ່ນປົວພະຍາດສຳລັບຜູ້ເຖົ້າ ບໍ່ພຽງແຕ່ເປັນວຽກບ້ານການເຮືອນເທົ່ານັ້ນ ຍັງເປັນວຽກລວມຂອງປະເທດຊາດອີກດ້ວຍ, ພວກເຮົາຄວນທຳຄວາມພະຍາຍາມຮ່ວມກັນ, ເຮັດວຽກເຫຼົ່ານີ້ໃຫ້ດີ. ປັດຈຸບັນ, ຈັງຫວະຊີວິດຂອງສັງຄົມແມ່ນໄວຫຼາຍ, ທຸກຄົນຕ່າງກໍ່ຫຍຸ້ງວຽກຫຼາຍ, ການເຮັດວຽກ ແລະ ການດຳລົງຊີວິດມີຄວາມກົດດັນຫຼາຍ. ພວກເຮົາຄວນສ້າງບັນຍາກາດສັງຄົມທີ່ອົບອຸ່ນ ແລະ ກົມກຽວ, ເປີດກວ້າງຊ່ອງທາງປະດິດສ້າງໃໝ່ທີ່ກວມລວມ ແລະ ຟົດຟື້ນ, ສ້າງເງື່ອນໄຂດຳລົງຊີວິດທີ່ສະດວກສະບາຍ, ເຮັດໃຫ້ຄົນທັງຫຼາຍມີອາລົມຈິດທີ່ດີ, ໄດ້ຮັບຜົນງານພົ້ນເດັ່ນໃນຊີວິດຂອງຕົນ ແລະ ຄວາມໃຝ່ຝັນບັນລຸຜົນເປັນຈິງ.

ປັດຈຸບັນ, ບາງພາກພື້ນຢູ່ໃນໂລກຍັງຕົກຢູ່ໃນແປວໄຟສົງຄາມ. ປະຊາຊົນຈີນຮູ້ຈັກຄຸນຄ່າອັນປະເສີດຂອງສັນຕິພາບເປັນຢ່າງດີ, ພວກເຮົາຍິນດີຮ່ວມກັບປະຊາຄົມໂລກ, ຖືເອົາອະນາຄົດຂອງມວນມະນຸດເປັນຄວາມຫ່ວງໃຍຢູ່ໃນໃຈ, ຖືເອົາຄວາມສຸກຂອງປະຊາຊົນເປັນເປົ້າໝາຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສ້າງໂລກທີ່ດີງາມກວ່າເກົ່າ.

ນະໂອກາດນີ້, ທ່າມກາງບັນຍາກາດຂອງຄ່ຳຄືນແຫ່ງລາຕີທີ່ມີຫຼາຍສີສັນ ແລະ ທຸກໆຄອບຄົວພວມສົ່ງແສງສະຫວ່າງທີ່ເຮື່ອເຮືອງອອກມາ, ຂໍໃຫ້ພວກເຮົາຈົ່ງພ້ອມກັນອວຍພອນໃຫ້ປະເທດຊາດມີຄວາມຈະເລີນຮຸ່ງເຮືອງ, ໂລກມີສັນຕິພາບ ແລະ ຄວາມສະຫງົບສຸກ! ອວຍພອນໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກໂຊກດີຕະຫຼອດປີ, ມີຄວາມລາບລື້ນ ປອດໄພ ແລະສຸຂະພາບແຂງແຮງ!

ຂໍຂອບໃຈ!

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຄຳອວຍພອນປີໃໝ່ຂອງທ່ານ ສີຈິ້ນຜິງ

123全文 3 下一页

Share this story on

Messenger Pinterest LinkedIn