ພາສາລາວ

ທ່ານສີຈິ້ນຜິງຕ້ອນຮັບທ່ານໂທມັສ ບາກ ປະທານຄະນະກຳມະການໂອລິມປິກສາກົນ

CRI2023-09-23 09:33:33
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 22 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂທມັສ ບາກ ປະທານຄະນະກຳມະການໂອລິມປິກສາກົນທີ່ເດີນທາງມາຈີນເພື່ອເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຄັ້ງທີ19ຢູ່ຫໍຮັບແຂກເມືອງຊີ່ຫູນະຄອນຫາງໂຈ່ວ.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນເວລາໃດກໍໃຫ້ຄວາມສຳຄັນຕໍ່ການພັດທະນາພາລະກິດກິລາ, ຕັ້ງໜ້າເຂົ້າຮ່ວມວຽກງານໂອລິມປິກສາກົນ, ປະຕິບັດຕົວຈິງຕາມຄຳຂວັນໂອລິມປິກທີ່ວ່າ “ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີຫຼາຍກວ່າເກົ່າ”. ຈີນຈະບໍ່ຢຸດຈຶ້ງບາດກ້າວໃນການຖ່າຍທອດນ້ຳໃຈໂອລິມປິກຕະຫຼອດໄປ, ຍິນດີຮ່ວມກັບຄະນະກຳມະການໂອລິມປິກສາກົນເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດໂອລິມປິກແລະການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

ໜອງຕາວາທີ່ມີສີສັນວິຈິດບັນຈົງ

ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn