ທ່ານສີຈິ້ນຜິງແລະປະທານາທິບໍດີອາຟຣິກາໃຕ້ເປັນປະທານຮ່ວມງານສົນທະນາລະຫວ່າງຜູ້ນຳຈີນ-ບັນດາປະເທດອາຟຣິກາ
ຕອນຄ່ຳວັນທີ 24 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ, ປະທານປະເທດຈີນແລະທ່ານມາຕາເມຣາ ຊີຣີວ ຣາມາໂຟຊາ, ປະທານາທິບໍດີຂອງອາຟຣິກາໃຕ້ໄດ້ເປັນປະທານຮ່ວມງານສົນທະນາລະຫວ່າງຜູ້ນຳຈີນ-ບັນດາປະເທດອາຟຣິກາຢູ່ນະຄອນໂຈຮັນເນັສເບີກຂອງອາຟຣິກາໃຕ້.
ທ່ານສີ້ຈິ້ນຜິງໄດ້ກ່າວປາຖະກະຖາທີ່ມີຫົວຂໍ້ວ່າ: “ຮ່ວມມືຊຸກຍູ້ພາລະກິດການຫັນເປັນທັນສະໄໝສ້າງອະນາຄົດທີ່ດີງາມຈີນ-ອາຟຣິກາຮ່ວມກັນ”, ພ້ອມນັ້ນຍັງໄດ້ສະເໜີມາດຕະການ 3 ຂໍ້ຕໍ່ການເພີ່ມທະວີການຮ່ວມມືຕົວຈິວລະຫວ່າງຈີນ-ອາຟຣິກາ, ການຊ່ວຍເຫຼືອຂະບວນການເຊື່ອມໂຍງເປັນອັນໜຶ່ງອັນດຽວກັນແລະການຫັນເປັນທັນສະໄໝຂອງອາຟຣິກາໃນໄລຍະຕໍ່ໜ້ານີ້ວ່າ: 1, ຈີນຍິນດີສະເໜີ “ຂໍ້ລິເລີ່ມການສະໜັບສະໜູນການຫັນເປັນອຸດສາຫະກຳຂອງອາຟຣິກາ”. 2, ຈີນຍິນດີປະຕິບັດ “ແຜນການຊ່ວຍເຫຼືອການຫັນເປັນທັນສະໄໝດ້ານກະສິກຳຂອງອາຟຣິກາ”. 3,ຈີນຍິນດີປະຕິບັດ “ແຜນການຮ່ວມມືດ້ານການເຝິກອົບຮົມຜູ້ມີຄວາມຮູ້ຄວາມສາມາດລະຫວ່າງຈີນ-ອາຟຣິກາ”.
ຜູ້ນຳຂອງປະເທດອາຟຣິກາຕ່າງໆໄດ້ຕີລາຄາສູງຕໍ່ງານສົນທະນາລະຫວ່າງຜູ້ນຳຈີນ-ອາຟຣິກາຄັ້ງນີ້ທີ່ຈັດຂຶ້ນໂດຍຈີນແລະອາຟຣິກາໃຕ້, ຍິນດີຮ່ວມກັນກັບຈີນເດັດດ່ຽວສະໜັບສະໜູນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງແລະຜົນປະໂຫຍດການພັດທະນາຂອງກັນແລະກັນ, ເພີ່ມທະວີການປະສານງານກັນພາຍໃຕ້ຂອບຫຼາຍຝ່າຍ, ເປີດກວ້າງລັກສະນະຕາງໜ້າແລະສິດອອກສຽງຂອງປະເທດກຳລັງພັດທະນາ, ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງປະເທດກຳລັງພັດທະນາ.