ພາສາລາວ

ທ່ານສີຈິ້ນຜິງພົບປະເຈລະຈາກັບມົງກຸດລາຊະກຸມມານ ທັງເປັນນາຍົກລັດຖະມົນຕີ ອາຣັບບີ ຊາອຸດິດ

cri2022-12-09 15:49:01
Share
Share this with Close
Messenger Pinterest LinkedIn

ຕອນທ່ຽງວັນທີ 8 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບສົມເດັດ ມູຮຳມັດ ບິນ ຊັນມານ ບິນ ອັບເດວ ອາຊິດ ອັນຊາດ ມົງກຸດລາຊະກຸມມານທັງເປັນນາຍົກລັດຖະມົນຕີອາຣັບບີ ຊາອຸດິດຢູ່ພະລາຊະວັງທີ່ນະຄອນຫຼວງຣີຢັດ.

ທ່ານສີຈິ້ນຜິງຊີ້ອອກວ່າ: ຍິນດີຮ່ວມກັບຝ່າຍອາຣັບບີ ຊາອຸດິດກ້າວເດີນໄປຂ້າງໜ້າບົນເສັ້ນທາງບັນລຸຄວາມຈະເລີນຮຸ່ງເຮືອງຂອງຊາດ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດການພັດທະນາ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ, ເພີ່ມທະວີການແລກປ່ຽນຄວາມຄິດຄວາມເຫັນແລະການປະສານງານໃນວຽກງານສາກົນແລະພາກພື້ນ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຣັບບີ ຊາອຸດິດໃຫ້ໄດ້ຮັບການຂະຫຍາຍຕົວຫຼາຍກວ່າເກົ່າ.

ຝ່າຍຈີນເດັດດ່ຽວສະໜັບສະໜູນຝ່າຍອາຣັບບີ ຊາອຸດິດ ປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງແລະສະຖຽນລະພາບແຫ່ງຊາດ, ສະໜັບສະໜູນອາຣັບບີ ຊາອຸດິດ ສືບຕໍ່ເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ. ຝ່າຍຈີນສະໜັບສະໜູນຂໍ້ລິເລີ່ມສຳຄັນຕ່າງໆກ່ຽວກັບການພັດທະນາຂອງຝ່າຍອາຣັບບີ ຊາອຸດິດ, ເຊັ່ນ “ວິໄສທັດປີ 2030”, “ຕາເວັນອອກກາງສີຂຽວ”ແລະອື່ນໆ, ຍິນດີເຂົ້າຮ່ວມຂະບວນການຫັນເປັນອຸດສາຫະກຳຂອງອາຣັບບີ ຊາອຸດິດຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຫຼາຍເຄົ້າຂອງອາຣັບບີ ຊາອຸດິດ. ສອງຝ່າຍຄວນຈັດຕັ້ງປະຕິບັດການເຊື່ອຕໍ່ເຂົ້າກັນລະຫວ່າງຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ “ວິໄສທັດປີ 2030” ຂອງອາຣັບບີ ຊາອຸດິດໃຫ້ດີ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ.

ສົມເດັດ ມູຮຳມັດ ບິນ ຊັນມານ ບິນ ອັບເດວ ອາຊິດ ອັນຊາດ ກ່າວວ່າ: ຝ່າຍອາຣັບບີ ຊາອຸດິດເດັດດ່ຽວສະໜັບສະໜູນຫຼັກການປະເທດຈີນດຽວ, ເດັດດ່ຽວສະໜັບສະໜູນຝ່າຍຈີນໃນການປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງແລະຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ເດັດດ່ຽວສະໜັບສະໜູນຝ່າຍຈີນໃນການນຳໃຊ້ມາດຕະການແລະຄວາມພະຍາຍາມເພື່ອກຳຈັດລັດທິຫົວຮຸນແຮງ, ເດັດດ່ຽວຄັດຄ້ານທຸກອິດທິກຳລັງພາຍນອກແຊກແຊງວຽກງານພາຍໃນຂອງຈີນດ້ວຍຂໍ້ອ້າງສິດທິມະນຸດແລະອື່ນໆ. ຝ່າຍອາຣັບບີ ຊາອຸດິດຍິນດີຮ່ວມກັນກັບຝ່າຍຈີນສືບຕໍ່ຕັ້ງໜ້າຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເປີດກວ້າງການຄ້າແລະການລົງທຶນເຊິ່ງກັນແລະກັນ, ຍິນດີຕ້ອນຮັບວິສາຫະກິດຈີນຫຼາຍກວ່າເກົ່າຕັ້ງໜ້າເຂົ້າຮ່ວມຂະບວນການຫັນເປັນອຸດສາຫະກຳຂອງອາຣັບບີ ຊາອຸດິດ, ເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນແລະໂຄງການຮ່ວມມືດ້ານພະລັງງານຂອງອາຣັບບີ ຊາອຸດິດ, ເພີ່ມທະວີການຮ່ວມມືໃນຂົງເຂດລົດຍົນ, ວິທະຍາສາດເຕັກໂນໂລຊີ, ອຸດສາຫະກຳເຄມີ, ອຸດສາຫະກຳບໍ່ແຮ່ແລະອື່ນໆ.

ສອງຝ່າຍໄດ້ປະກາດຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນແລະລາຊະອານາຈັກອາຣັບບີ ຊາອຸດິດ.

Share this story on

Messenger Pinterest LinkedIn