ພາສາລາວ

ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີສິງກະໂປ

cri2022-11-18 14:39:28
Share
Share this with Close
Messenger Pinterest LinkedIn

ວັນທີ 17 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປຢູ່ນະຄອນຫຼວງບາງກອກປະເທດໄທ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ສອງຝ່າຍຕ້ອງຈັດຕັ້ງປະຕິບັດໂຄງການ ທາງທະເລ ແລະທາງບົກອັນໃໝ່ ເຊິ່ງເປັນໂຄງການສັນຍະລັກທີ່ຈີນ ແລະສິງກະໂປຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງຢ່າງມີຄຸນນະພາບສູງນັ້ນໃຫ້ດີ, ຊຸກຍູ້ການຍົກລະດັບ ແລະປັບປຸງໂຄງການຮ່ວມມືໃນຂົງເຂດຕ່າງໆ,ເຊັ່ນ:ການຫັນເປັນດີຈີຕອນ, ພັດທະນາຕາມທິດສີຂຽວ ແລະອື່ນໆ, ສຳເລັດການເຈລະຈາກ່ຽວກັບການຍົກລະດັບສົນທິສັນຍາວ່າດ້ວຍການຄ້າເສລີຈີນ-ສິງກະໂປໂດຍໄວ, ຍົກສູງລະດັບຄວາມມີເສລີພາບດ້ານການຄ້າການລົງທຶນລະຫວ່າງສອງປະເທດ, ພະຍາຍາມເຮັດໃຫ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດມີຄວາມສະດວກ.

ທ່ານລີຊຽນລົງກ່າວວ່າ: ການພັດທະນາຂອງຈີນບໍ່ສາມາດຖືກສະກັດກັ້ນໄດ້, ປະເທດຈີນທີ່ເຂັ້ມແຂງ ແລະເປັນມິດຈະນຳເອົາຜົນສະທ້ອນອັນຕັ້ງໜ້າມາໃຫ້ແກ່ພາກພື້ນ ກໍຄືໂລກ,ມີຜົນດີຕໍ່ການຊ່ວຍເຫຼືອປະເທດຂະໜາດກາງ ແລະນ້ອຍບັນລຸການພັດທະນາຮ່ວມກັນ. ຍາມໃດສິງກະໂປກໍປະຕິບັດຕໍ່ຈີນຢ່າງຕັ້ງໜ້າ, ຍິນດີສະໜັບສະໜູນ ແລະເຂົ້າຮ່ວມຂໍ້ລິເລີ່ມການພັດທະນາທົ່ວໂລກ.

Share this story on

Messenger Pinterest LinkedIn