ພາສາລາວ

ທ່ານສີຈິ້ນຜິງພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ

cri2022-11-17 11:21:25
Share
Share this with Close
Messenger Pinterest LinkedIn

ວັນທີ 16 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ອັນໂຕນີໂອ ກູເຕີເຮັດສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຢູ່ເກາະບາຫຼີປະເທດອິນໂດເນເຊຍ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປັດຈຸບັນ, ສະພາບການສາກົນມີການປ່ຽນແປງອັນໃຫຍ່ຫຼວງ. ພວກເຮົາຕ້ອງຖືຊາຕາກຳໃນອະນາຄົດຂອງມະນຸດເປັນສິ່ງສຳຄັນ, ຮ່ວມຈິດຮ່ວມໃຈກັນ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ໂດຍສະເພາະແມ່ນປະເທດໃຫຍ່ຄວນເປັນແບບຢ່າງດ້ວຍການກະທຳຂອງຕົນ, ເສີມຂະຫຍາຍບົດບາດນຳໜ້າ, ເພີ່ມຄວາມໝັ້ນໃຈ ແລະພະລັງແຮງໃຫ້ແກ່ໂລກຫຼາຍກວ່າເກົ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ກະແສປະຫວັດສາດທີ່ມີສັນຕິພາບ, ການພັດທະນາ, ການຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດບໍ່ສາມາດຖືກສະກັດກັ້ນໄດ້, ອະນາຄົດຂອງມະນຸດແມ່ນມີແສງສະຫວ່າງ.

ທ່ານອັນໂຕນີໂອ ກູເຕີເຣັດສໄດ້ສະແດງຄວາມຊົມເຊີຍຕໍ່ທ່ານສີຈິ້ນຄັ້ງທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດອີກສະໄໝໜຶ່ງ. ທ່ານກ່າວວ່າ, ຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ສະເໜີໂດຍຈີນນັ້ນແມ່ນສອດຄ່ອງກັບວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ, ຈີນໄດ້ທຳຄວາມພະຍາຍາມທີ່ບໍ່ມີປະເທດໃດສາມາດທຽບເທົ່າໄດ້ ໃນດ້ານການຊ່ວຍເຫຼືອປະເທດທີ່ພວມພັດທະນາໃຫ້ພັດທະນາຮ່ວມກັນ.

Share this story on

Messenger Pinterest LinkedIn