ພາສາລາວ

ທ່ານສີຈິ້ນຜິງໄດ້ຮັບຫຼຽນໄຊ“ອິນຊີຄຳ”ທີ່ມອບໂດຍປະທານາທິບໍດີກາຊັກສະຖານ

CRI2022-09-15 11:18:46
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 14 ກັນຍາປີ 2022 ນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບຫຼຽນໄຊ“ອິນຊີຄຳ”ທີ່ມອບໂດຍທ່ານຄາຊິມ ໂຈມາດ ໂທຄາເຢັຟ ປະທານາທິບໍດີກາຊັກສະຖານຢູ່ທຳນຽບປະທານາທິບໍດີກາຊັກສະຖານທີ່ຕັ້ງຢູ່ນະຄອນຫຼວງເນີ ຊຸດຕານ.

ທ່ານຄາຊິມ ໂຈມາດ ໂທຄາເຢັຟໄດ້ກ່າວຄຳປາໄສໃນເວລາມອບຫຼຽນໄຊ ໂດຍສະແດງຄວາມຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ທ່ານສີຈິ້ນຜິງ ປະທານປະເທດຈີນທີ່ໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະປະຫວັດສາດ ແລະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປັບປຸງມິດຕະພາບລະຫວ່າງປະຊາຊົນສອງຊາດໃຫ້ໝັ້ນຄົງຂະໜົງແກ່ນ ແລະຊຸກຍູ້ການພົວພັນລະຫວ່າງກາຊັກສະຖານ-ຈີນໃຫ້ມີການຂະຫຍາຍຕົວ, ທ່ານກ່າວວ່າ: ການຢ້ຽມຢາມຂອງທ່ານສີຈິ້ນຜິງໃນມື້ນີ້ຍ່ອມຈະຖືກບັນທຶກເຂົ້າໃນປື້ມປະຫວັດສາດການພົວພັນກາຊັກສະຖານ-ຈີນ. ຝ່າຍກາຊັກສະຖານຍິນດີພະຍາຍາມຮ່ວມກັນກັບຝ່າຍຈີນ, ເກາະແຂນກັນກ້າວໄປສູ່ອະນາຄົດທີ່ດີງາມກວ່າເກົ່າ.

ທ່ານສີຈິ້ນຜິງໄດ້ກ່າວຕອບຄືນ ໂດຍຊີ້ໃຫ້ເຫັນວ່າ: ທ່ານປະທານາທິບໍດີໂທຄາເຢັຟມອບຫຼຽນໄຊ“ອິນຊີຄຳ”ໃຫ້ແກ່ຂ້າພະເຈົ້າ, ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງຂອງກາຊັກສະຖານທີ່ມີຕໍ່ການພົວພັນລະຫວ່າງຈີນ-ກາຊັກສະຖານ ພ້ອມທັງຄວາມຮັກແພງແລະໄມຕີຈິດມິດຕະພາບທີ່ເລິກເຊິ່ງຂອງປະຊາຊົນກາຊັກສະຖານທີ່ມີຕໍ່ປະຊາຊົນຈີນ. ຂ້າພະເຈົ້າທະນຸຖະໜອມທີ່ສຸດຕໍ່ຫຼຽນໄຊໜ່ວຍນີ້ທີ່ເປັນສັນຍະລັກແຫ່ງມິດຕະພາບລະຫວ່າງປະຊາຊົນສອງປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ການພົວພັນລະຫວ່າງຈີນ-ກາຊັກສະຖານຈະພືປີກບິນໄປສູ່ບ່ອນທີ່ສູງກວ່າເກົ່າແລະໄກກວ່າເກົ່າເໝືອນດັ່ງອິນຊີຄຳ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ.

ຫຼຽນໄຊ“ອິນຊີຄຳ”ແມ່ນຫຼຽນກຽດຕິຍົດສູງສຸດຂອງກາຊັກສະຖານ ເຊິ່ງມີຈຸດປະສົງເພື່ອຍ້ອງຍໍບຸກຄົນທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາປະເທດ ແລະການສ້າງການພົວພັນໄມຕີຈິດມິດຕະພາບກັບຕ່າງປະເທດຂອງກາຊັກສະຖານ.

Share this story on

Messenger Pinterest LinkedIn