ພາສາລາວ

ທ່ານສີຈິ້ນຜິງເນັ້ນໜັກວ່າ: ການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກນິກເປັນພື້ນຖານແຫ່ງຄວາມເຂັ້ມແຂງແລະສິ່ງສຳຄັນແຫ່ງຄວາມໝັ້ນຄົງຂອງຊາດ

cri2022-06-29 15:04:41
Share
Share this with Close
Messenger Pinterest LinkedIn

ວັນທີ 28 ມິຖຸນານີ້, ໃນເວລາສຳຫຼວດກວດກາວຽກງານ ຢູ່ນະຄອນ ອູຮັ້ນແຂວງຫູເປີຍ ສປ ຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວເນັ້ນໜັກວ່າ: ການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດ ເຕັກນິກເປັນພື້ນຖານແຫ່ງຄວາມເຂັ້ມແຂງແລະ ສິ່ງສຳຄັນແຫ່ງຄວາມໝັ້ນຄົງ ຂອງຊາດ. ພວກເຮົາຕ້ອງຜັນຂະຫຍາຍແນວຄວາມຄິດການພັດທະນາ ໃໝ່ຢ່າງຄົບຖ້ວນ,ຖືກຕ້ອງແລະຮອບດ້ານ, ລົງເລິກຈັດຕັ້ງປະຕິບັດຍຸດທະສາດ ການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ, ກຳເອົາຂໍກະແຈສຳຄັນຂອງ ວິທະຍາສາດເຕັກນິກໄວ້ຢູ່ໃນກຳມືຂອງຕົນໃຫ້ແໜ້ນ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກນິກໃຫ້ໄດ້ຮັບຄວາມຄືບ ໜ້າຫຼາຍກວ່າເກົ່າ, ຍົກລະດັບການພັດທະນາປະເທດຊາດໃຫ້ມີລັກສະນະ ເອກະລາດ,ເປັນເຈົ້າຕົນເອງແລະມີຄວາມໝັ້ນຄົງໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ, ກະຕຸກຊຸກຍູ້ໃຫ້ມີເຕັກນິກໃໝ່ແລະອຸດສາຫະກຳໃໝ່ກຳເນີດຂຶ້ນຫຼາຍກວ່າເກົ່າ, ບຸກເບີກຂົງເຂດໃໝ່ແລະຊ່ອງທາງໃໝ່ແຫ່ງການພັດທະນາເສດຖະກິດ ເພື່ອສ້າງໃຫ້ເປັນທ່າແຮງໃໝ່ໃນການແຂ່ງຂັນສາກົນ.

Share this story on

Messenger Pinterest LinkedIn