ພາສາລາວ

ທ່ານສີຈິ້ນຜິງກ່າວວ່າ: ສືບທອດແລະສົ່ງເສີມນ້ຳໃຈອັນຍິ່ງໃຫຍ່ທີ່ຊ່ວຍເຫຼືອສປປເກົ່າຫຼີຕໍ່ຕ້ານການຮຸກຮານຂອງອາເມຣິກາ, ບຸກບືນສູ້ຊົນເພື່ອບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ

cri2020-10-20 14:37:28
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດທີ່ກອງທັບອາສາສະໝັກປະຊາຊົນຈີນໄດ້ເຮັດພັນທະສູ່ຮົບຢູ່ຕ່າງປະເທດເພື່ອຊ່ວຍເຫຼືອສປປເກົາຫຼີຕໍ່ຕ້ານການຮຸກຮານຂອງອາເມຣິກາຄົບຮອບ 70 ປີ, ວັນທີ 19 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເດີນທາງໄປຫໍພິພິທະພັນການທະຫານການປະຕິວັດປະຊາຊົນຈີນ, ເພື່ອຢ້ຽມຊົມງານວາງສະແດງເນື່ອງໃນໂອກາດວັນລະນຶກກອງທັບອາສາສະໝັກປະຊາຊົນຈີນເຮັດພັນທະສູ້ຮົບຢູ່ຕ່າງປະເທດເພື່ອຊ່ວຍເຫຼືອສປປເກົາຫຼີຕໍ່ຕ້ານການຮຸກຮານຂອງອາເມຣິກາຄົບຮອບ 70 ປີ ເຊິ່ງມີຫົວຂໍ້ວ່າ “ຈື່ຈຳໄຊຊະນະອັນຍິ່ງໃຫຍ່, ປົກປ້ອງສັນຕິພາບແລະຄວາມເປັນທຳ”.

ທ່ານສີຈິ້ງຜິງກ່າວເນັ້ນວ່າ: 70 ປີກ່ອນ, ເພື່ອປົກປັກຮັກສາສັນຕິພາບ, ຕໍ່ຕ້ານການຮຸກຮານ, ພັກແລະລັດຖະບານຈີນໄດ້ຕັດສິນໃຈທີ່ມີລັກສະນະປະຫວັດສາດຄື: ໃຫ້ການຊ່ວຍເຫຼືອສປປເກົາຫຼີຕໍ່ຕ້ານການຮຸກຮານຂອງອາເມຣິກາ ທັງເປັນການປົກປ້ອງບ້ານເກີດເມືອງນອນກໍຄືປະເທດຂອງຕົນ. ໄຊຊະນະຂອງສົງຄາມຊ່ວຍເຫຼືອສປປເກົາຫຼີຕໍ່ຕ້ານອາເມຣິກາ ແມ່ນໄຊຊະນະຂອງຄວາມເປັນທຳ, ແມ່ນໄຊຊະນະແຫ່ງສັນຕິພາບ, ແລະໄຊຊະນະຂອງປະຊາຊົນ. ສົງຄາມຊ່ວຍເຫຼືອສປປເກົາຫຼີຕໍ່ຕ້ານອາເມຣິກາໄດ້ຫຼໍ່ຫຼອມໃຫ້ເປັນນ້ຳໃຈ ຊ່ວຍເຫຼືອສປປເກົາຫຼີຄັ້ງຍິ່ງໃຫຍ່ໃນການຕໍ່ຕ້ານອາເມຣິກາຜູ້ຮຸກຮານ, ແມ່ນຊັບສິນດ້ານຈິດໃຈທີ່ລ້ຳຄ່າທີ່ສຸດ. ຕ້ອງລົງເລິກຮ່ຳຮຽນແລະໂຄສະນາກ່ຽວກັບວິລະກຳແລະນ້ຳໃຈປະຕິວັດຂອງກອງທັບອາສາສະໝັກປະຊາຊົນຈີນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງສັງຄົມອີ່ມໜ່ຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ, ປົກປັກຮັກສາສັນຕິພາບຂອງໂລກ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ.

Share with:

2020-10-20 14:37:28 CRI

ທ່ານສີຈິ້ນຜິງກ່າວວ່າ: ສືບທອດແລະສົ່ງເສີມນ້ຳໃຈອັນຍິ່ງໃຫຍ່ທີ່ຊ່ວຍເຫຼືອສປປເກົ່າຫຼີຕໍ່ຕ້ານການຮຸກຮານຂອງອາເມຣິກາ, ບຸກບືນສູ້ຊົນເພື່ອບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ

Share this story on

Messenger Pinterest LinkedIn