ພາສາລາວ

ທ່ານສີຈິ້ນຜິງເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ດ້ວຍຄວາມສະໝັກໃຈ

cri2020-04-04 09:54:22
Share
Share this with Close
Messenger Pinterest LinkedIn

ວັນທີ 3 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ດ້ວຍຄວາມສະໝັກໃຈຢູ່ນະຄອນຫຼວງປັກກິ່ງ. ທ່ານກ່າວເນັ້ນວ່າ: ໃນໄລຍະທີ່ສະພາບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ຢູ່ຈີນໄດ້ມີທ່ວງທ່າດີຂຶ້ນຢ່າງຕໍ່ເນື່ອງ, ການຟື້ນຟູການເຮັດວຽກແລະການຜະລິດຄືນໃໝ່ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ພວກເຮົາພ້ອມກັນເຂົ້າຮ່ວມກິດຈະກຳ ປູກຕົ້ນໄມ້ດ້ວຍຄວາມສະໝັກໃຈຄັ້ງນີ້ກໍຖືວ່າເປັນການກະທຳຕົວຈິງໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແລະເລັ່ງການຟື້ນຟູຄວາມເປັນລະບຽບຮຽບຮ້ອຍທາງການຜະລິດແລະການດຳລົງຊີວິດ, ທັງເປັນການສົ່ງເສີມແນວຄິດສ້າງຄວາມສີວິໄລດ້ານນິເວດແລະສົ່ງເສີມໃຫ້ຄົນກັບທຳມະຊາດດຳລົງຄົງຕົວຢູ່ຮ່ວມກັນໄດ້ຢ່າງກົມກຽວ.

ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: ຕ້ອງເພີ່ມທະວີການອະນຸລັກແລະຟື້ນຟູລະບົບນິເວດ, ຂະຫຍາຍພື້ນທີ່ສີຂຽວຂອງຕົວເມືອງແລະຊົນນະບົດໃຫ້ກວ້າງອອກ, ປູກຕົ້ນໄມ້ສ້າງປ່າເພື່ອປະຊາຊົນ, ສຸມຄວາມພະຍາຍາມເພື່ອສ້າງສາປະເທດຈີນທີ່ສວຍງາມໂດຍມີພູຂຽວນ້ຳໃສແລະອາກາດບໍລິສຸດສົດຊື່ນຕະຫຼອດປີ.

Share with:

2020-04-04 09:54:22 cri

ທ່ານສີຈິ້ນຜິງເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ດ້ວຍຄວາມສະໝັກໃຈ

Share this story on

Messenger Pinterest LinkedIn