ພາສາລາວ

ທ່ານສີຈິ້ນຜິງຢ້ຽມຢາມບ້ານພູດອຍອີກຄັ້ງໜຶ່ງ ບ່ອນທີ່ເຄີຍສະເໜີແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”

cri2020-03-31 10:00:01
Share
Share this with Close
Messenger Pinterest LinkedIn

ວັນທີ 30 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໄປສຳຫຼວດກວດເບິ່ງບ້ານອີຊຸ່ນເມືອງອ່ານຈີແຂວງເຈີ້ຈ່ຽງ. ເມື່ອ 15 ປີກ່ອນ, ກໍແມ່ນຢູ່ບ້ານອີຊຸ່ນແຫ່ງນີ້, ທ່ານສີຈິ້ນຜິງໄດ້ສະເໜີແນວຄວາມຄິດພັດທະນາແບບໃໝ່ທີ່ວ່າ: “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”. ປະຈຸບັນ, ທ່ານສີຈິ້ນຜິງໄດ້ກັບມາຢ້ຽມຢາມບ້ານອີຊຸ່ນອີກຄັ້ງໜຶ່ງ, ທ່ານໄດ້ພົບປະສົນທະນາກັບຊາວບ້ານຢ່າງສະໜິດສະໜົມ, ຮັບຮູ້ການປ່ຽນແປງອັນໃຫຍ່ຫຼວງຂອງບ້ານແຫ່ງນີ້ໃນການປະຕິບັດຕາມແນວຄວາມຄິດ“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ແລະ ໄດ້ຊຸກຍູ້ການພັດທະນາແບບສີຂຽວ.

ວັນທີ 15 ສິງຫາ ປີ 2005, ທ່ານສີຈິ້ນຜິງໃນເວລາທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໄດ້ໄປສຳຫຼວດກວດເບິ່ງວຽກງານຢູ່ບ້ານອີຊຸ່ນ, ທ່ານໄດ້ແນະນຳວິທີການໃຫ້ບ້ານອີຊຸ່ນ ປິດບໍ່ແຮ່ ແລະ ໂຮງງານຊີມັງ, ແລະໄດ້ສະເໜີແນວຄວາມຄິດພັດທະນາ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ເປັນຄັ້ງທຳອິດ, ເຊິ່ງໄດ້ຊີ້ແຈງເສັ້ນທາງການພັດທະນາແບບສີຂຽວໃຫ້ແກ່ບ້ານອີຊຸ່ນ.

ໂດຍຫັນຈາກ “ເສດຖະກິດກ້ອນຫີນ” ຫຼືເສດຖະກິດບໍ່ແຮ່ກາຍມາເປັນ “ເສດຖະກິດນິເວດ”, ບ້ານອີຊຸ່ນໄດ້ສຸມທຸກຄວາມພະຍາຍາມໃນການພັດທະນາການທ່ອງທ່ຽວແບບທຳມະຊາດ, ເປີດການບໍລິການເຮືອນພັກໂຮມສະເຕ, ເຮືອນພັກ ແລະ ການລ່ອງເຮືອ. ຜ່ານຄວາມພະຍາຍາມຢ່າງບໍ່ລົດລະເປັນເວລາ 10 ກວ່າປີ, ບ້ານອີຊຸ່ນໄດ້ຫັນຈາກບ້ານໜຶ່ງທີ່ມີມົນລະພິດໜັກໜ່ວງ ໃຫ້ກາຍມາເປັນແຫຼ່ງທ່ອງທ່ຽວລະດັບ 4 Aແຫ່ງຊາດ. ປີ 2019, ທົ່ວບ້ານອີຊຸ່ນມີຍອດລາຍຮັບຈາກເສດຖະກິດຊົນນະບົດ ເຖິງ 279,6 ລ້ານຢວນ, ລາຍຮັບສະເລ່ຍຕໍ່ຄົນຂອງຊາວກະສິກອນບັນລຸ 49598 ຢວນ, ເສດຖະກິດລວມໝູ່ຂອງບ້ານບັນລຸ 5,21 ລ້ານຢວນ, ກາຍເປັນບ້ານຕົວແບບໃນການສ້າງຄວາມອິ່ມໜຳສຳລານຢ່າງຮອບດ້ານ.

ເມື່ອ 15 ປີກ່ອນ, ບ້ານອີຊຸ່ນໄດ້ເປັນສັກຂິພິຍານໃຫ້ແກ່ການກຳເນີດແນວຄວາມຄິດ“ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ປະຈຸບັນ, ບ້ານອີຊຸ່ນ ພວມນຳໃຊ້ພຶດຕິກຳການພັດທະນາຂອງຕົນ, ກາຍເປັນຕົວແບບທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຕາມແນວຄວາມຄິດດັ່ງກ່າວ.

Share with:

2020-03-31 10:00:01 CRI

ທ່ານສີຈິ້ນຜິງຢ້ຽມຢາມບ້ານພູດອຍອີກຄັ້ງໜຶ່ງ ບ່ອນທີ່ເຄີຍສະເໜີແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”

Share this story on

Messenger Pinterest LinkedIn