ທ່ານສີຈິ້ນຜິງພົບປະມົງກຸດລາຊະກຸມານແຫ່ງຊາຊະອານາຈັກມາຣົກ
ຕອນຄ່ຳວັນທີ 21 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີິຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງກັບຄືນປະເທດພາຍຫຼັງໄດ້ສິ້ນສຸດການຢ້ຽມຢາມເບຣຊິນທາງລັດຖະກິດ, ໃນໄລຍະເດີນທາງ, ເຮືອບິນພິເສດຂອງທ່ານສີຈິ້ນຜິງໄດ້ແວ່ຈອດຢູ່ນະຄອນກາຊາບລານກາຂອງລາຊະອານາຈັກມາຣົກ.
ສົມເດັດມູໄລ ອັນ ຮາຊາ ມົງກຸດລາຊະກຸມານມາຣົກ, ທ່ານອາຊິສ ອາເຮີນູຊີ ນາຍົກລັດຖະມົນຕີມາຣົກໄດ້ເດີນທາງໄປຕ້ອນຮັບທ່ານສີຈິ້ນຜິງທີ່ສະໜາມບິນເປັນການສະເພາະ. ທ່ານສີຈິ້ນຜິງໄດ້ພົບປະໂອ້ລົມກັນຢ່າງສະໜິດສະໜົມກັບສົມເດັດມູໄລ ອັນ ຮາຊາ ມົງກຸດລາຊະກຸມານມາຣົກ.
ໃນໂອກາດນີ້, ທ່ານສີ້ຈິ້ນຜິງໄດ້ຊີ້ອອກວ່າ: ຈີນຍິນດີຮ່ວມກັບມາຣົກຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆພາຍໃນຂອບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ຮັບຜົນສຳເລັດຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ມາຣົກໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ.
ສະເດັດມູໄລ ອັນ ຮາຊາ ກ່າວຢືນຢັນວ່າ: ພະບໍລົມມະວົງສານຸວົງແລະລັດຖະບານມາຣົກຕ່າງກໍສຸມໃສ່ເສີມຂະຫຍາຍການພົວພັນລະຫວ່າງມາຣົກ-ຈີນຕື່ມອີກຢ່າງເດັດດ່ຽວ, ຍິນດີຮ່ວມກັບຈີນຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງແລະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved