ພາສາລາວ

10 ເດືອນປີນີ້, ການລົງທຶນໂດຍກົງຂອງຈີນຕໍ່ຕ່າງປະເທດທີ່ບໍ່ແມ່ນປະເພດການເງິນເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

CRI2024-11-22 10:57:12
Share
Share this with Close
Messenger Pinterest LinkedIn

ທ່ານນາງ ເຫີຢົງສຽນ ໂຄສົກກະຊວງການຄ້າຈີນໄດ້ແຈ້ງໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 21 ພະຈິກນີ້ວ່າ: ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ການລົງທຶນໂດຍກົງຂອງຈີນຕໍ່ຕ່າງປະເທດທີ່ບໍ່ແມ່ນປະເພດການເງິນໄດ້ບັນລຸມູນຄ່າເຖິງ 115 ຕື້ 830 ລ້ານໂດລາ, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ການລົງທຶນໂດຍກົງຂອງວິສາຫະກິດຈີນຕໍ່ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ບໍ່ແມ່ນປະເພດການເງິນບັນລຸມູນຄ່າເຖິງ 26 ຕື້ 650 ລ້ານໂດລາ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ຍອດມູນຄ່າໂຄງການຮັບເໝົາກໍ່ສ້າງຢູ່ຕ່າງປະເທດຂອງຈີນໄດ້ບັນລຸເຖິງ 124 ຕື້ 380 ລ້ານໂດລາ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຍອດມູນຄ່າສັນຍາຮັບເໝົາໂຄງການທີ່ລົງນາມໃໝ່ບັນລຸເຖິງ 177 ຕື້ 650 ລ້ານໂດລາ, ເພີ່ມຂຶ້ນ 15,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ຍອດມູນຄ່າໂຄງການຮັບເໝົາກໍ່ສ້າງຢູ່ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງວິສາຫະກິດຈີນບັນລຸເຖິງ 100 ຕື້ 820 ລ້ານໂດລາ, ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂະນະທີ່ຍອດມູນຄ່າສັນຍາຮັບເໝົາໂຄງການທີ່ລົງນາມໃໝ່ບັນລຸເຖິງ 148 ຕື້ 640 ລ້ານໂດລາ, ເພີ່ມຂຶ້ນ 15,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn