ພາສາລາວ

ຍານອະວະກາດ “ທ່ຽນໂຈ່ວ 7” ໄດ້ຮັບສັນຍານຄວບຄຸມໃຫ້ເຂົ້າສູ່ຊັ້ນບັນຍາກາດອີກເທື່ອໜຶ່ງ

CRI2024-11-18 10:54:04
Share
Share this with Close
Messenger Pinterest LinkedIn

ຍານອະວະກາດຂົນສົ່ງ “ທ່ຽນໂຈ່ວ 7” ໄດ້ຮັບສັນຍານຄວບຄຸມໃຫ້ເຂົ້າສູ່ຊັ້ນບັນຍາກາດອີກເທື່ອໜຶ່ງໃນເວລາ 21 ໂມງ 25 ນາທີຂອງວັນທີ 17 ພະຈິກນີ້, ຊິ້ນສ່ວນຈໍານວນຫຼາຍຂອງຍານອະວະກາດໄດ້ຖືກເຜົ່າໄໝ້ ແລະ ທໍາລາຍໃນເວລາເຂົ້າສູ່ຊັ້ນບັນຍາກາດອີກເທື່ອໜຶ່ງ, ນອກນີ້ຍັງມີຊິ້ນສ່ວນຈໍານວນໜ້ອຍໄດ້ຕົກລົງເຂດນ່ານທະເລທີ່ປອດໄພຕາມການກໍານົດໄວ້ລ່ວງໜ້າ.

ອີງຕາມຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ວັນທີ 17 ມັງກອນ 2024, ຍານອະວະກາດຂົນສົ່ງ “ທ່ຽນໂຈ່ວ 7” ໄດ້ຖືກຍິງສົ່ງ ແລະ ເຂົ້າສູ່ວົງໂຄຈອນທີ່ກໍານົດໄວ້ຢູ່ສູນຍິງສົ່ງດາວທຽມເວີນຊ່າງຂອງຈີນ, ໂດຍໄດ້ບັນທຸກວັດຖຸສິ່ງຂອງຕ່າງໆເຊັ່ນ: ເຄື່ອງໃຊ້ສອຍໃນໄລຍະປະຕິບັດພາລະກິດຢູ່ເທິງອະວະກາດສໍາລັບນັກບິນອະວະກາດ, ເຊື້ອເພີງ ແລະ ອຸປະກອນທີ່ໃຊ້ສໍາລັບການທົດລອງ ເປັນຕົ້ນ. ມາຮອດວັນທີ 10 ພະຈິກນີ້, ຍານອະວະກາດຂົນສົ່ງ “ທ່ຽນໂຈ່ວ 7” ໄດ້ແຍກອອກຈາກສະຖານີອະວະກາດ ແລະ ປ່ອຍດາວທຽມນິຍົມວິທະຍາສາດດວງໜຶ່ງສໍາລັບຊາວໜຸ່ມ ແລະ ເຍົາວະຊົນຢ່າງສໍາເລັດຜົນໃນໄລຍະບິນດ່ຽວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn