ຂະບວນລົດໄຟດ່ວນຈີນ-ເອີຣົບໄດ້ແລ່ນລົດຫຼາຍກວ່າ 100.000 ຂະບວນ
ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ນັບມາຮອດວັນທີ 15 ພະຈິກນີ້, ຂະບວນລົດໄຟດ່ວນຈີນ-ເອີຣົບໄດ້ແລ່ນລົດລວມທັງໝົດຫຼາຍກວ່າ 100.000 ຂະບວນ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 11 ລ້ານຕູ້ມາດຕະຖານທີ່ມີມູນຄ່າຫຼາຍກວ່າ 420 ຕື້ໂດລາ, ໄດ້ຮັກສາການແລ່ນລົດຢ່າງປອດໄພ, ໝັ້ນທ່ຽງແລະສະດວກ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການພັດທະນາຂະບວນລົດໄຟດ່ວນຈີນ-ເອີຣົບຢ່າງມີຄຸນນະພາບສູງໄດ້ຮັບປະສິດທິຜົນໃໝ່.
ນັບແຕ່ປີ 2016 ທີ່ໄດ້ກຳນົດຍີ່ຫໍ້ໃຫ້ເປັນເອກະພາບກັນຕະຫຼອດຮອດປີ 2023, ຈຳນວນການແລ່ນລົດຕໍ່ປີຂອງຂະບວນລົດໄຟດ່ວນຈີນ-ເອີຣົບໄດ້ເພີ່ມຂຶ້ນຈາກ 1.702 ຂະບວນເປັນ 17.000 ຂະບວນ ເຊິ່ງໄດ້ເພີ່ມຂຶ້ນເກືອບ 10 ເທົ່າ. ເວລາການແລ່ນລົດຈຳນວນ 10.000 ຂະບວນຈາກ 90 ເດືອນໃນເບື້ອງຕົ້ນຫຼຸດລົງເປັນ 6 ເດືອນໃນປັດຈຸບັນ. ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ, ໄດ້ແລ່ນລົດຫຼາຍກວ່າ 1.600 ຂະບວນຕໍ່ເດືອນເປັນເວລາ 8 ເດືອນຕິດຕໍ່ກັນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved