ທ່າກຳປັ່ນຈັນໄກເປັນໂຄງການເປີດເສັ້ນທາງເດີນເຮືອນສາຍໃໝ່ທີ່ຈີນ ແລະເປຣູກ້າວເດີນໄປສູ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ
ທ່າກຳປັ່ນຈັນໄກ(Chancay)ຂອງເປຣູ, ຫ່າງຈາກນະຄອນຫຼວງລີມາປະເທດເປຣູປະມານ 60 ກິໂລແມັດ, ຫ່າງຈາກປະເທດຈີນປະມານ 17.000 ກິໂລແມັດ, ພາຍຫຼັງສ້າງສຳເລັດແລ້ວຈະກາຍເປັນທ່າກຳປັ່ນໃຈກາງສຳຄັນຂອງເຂດອາເມຣິກາລາຕິນ.
ວັນທີ 14 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານນາງ ດີນາ ໂບລູອາເຕ ປະທານາທິບໍດີເປຣູ ໄດ້ຮ່ວມກັນເຂົ້າຮ່ວມພິທີເປີດນຳໃຊ້ທ່າກຳປັ່ນຈັນໄກຂອງເປຣູຜ່ານທາງວີດີໂອ.
ໂຄງການກໍ່ສ້າງທ່າກຳປັ່ນຈັນໄກເລີ່ມປະຕິບັດມາແຕ່ປີ 2019 ໂດຍແມ່ນວິສາຫະກິດຈີນ ແລະເປຣູຮ່ວມການລົງທຶນພັດທະນາ ແລະກໍ່ສ້າງ ເຊິ່ງເປັນໂຄງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ພາຍຫຼັງສ້າງສຳເລັດແລ້ວ, ທ່າກຳປັ່ນດັ່ງກ່າວຈະກາຍເປັນຊອງທາງໃໝ່ທາງບົກທາງທະເລລະຫວ່າງຈີນກັບອາເມຣິກາລາຕິນ ແລະກາຍເປັນເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງທີ່ຊຸກຍູ້ການພັດທະນາຮ່ວມກັນລະຫວ່າງຈີນກັບເປຣູ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved