ພາສາລາວ

ຈັດກອງປະຊຸມກົນໄກຮ່ວມມືດ້ານການປະຕິບັດກົດໝາຍເພື່ອຄວາມໝັ້ນຄົງຈີນ-ຣັດເຊຍຄັ້ງທີ 9

cri2024-11-15 16:13:45
Share
Share this with Close
Messenger Pinterest LinkedIn

ວັນທີ 13 ພະຈິກນີ້, ທ່ານ ເຊີນເວີນຊິ່ງ ກຳມະການກົມການເມືອງສູນກາງພັກປະທານຄະນະການເມືອງ ແລະ ກົດໝາຍສູນກາງພັກຄອມມູນິດຈີນ ໄດ້ພົບປະກັບທ່ານ ເຊີເກ ຊອຍກູ ປະທານສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍຢູ່ນະຄອນຫຼວງປັກກິ່ງ ແລະ ຮ່ວມກັນເປັນປະທານກອງປະຊຸມກົນໄກຮ່ວມມືດ້ານການປະຕິບັດກົດໝາຍເພື່ອຄວາມໝັ້ນຄົງຈີນ-ຣັດເຊຍຄັ້ງທີ 9.

ທ່ານ ເຊີນເວີນຊິ່ງ ກ່າວວ່າ: ນັບແຕ່ກົນໄກຮ່ວມມືດ້ານການປະຕິບັດກົດໝາຍເພື່ອຄວາມໝັ້ນຄົງຈີນ-ຣັດເຊຍສ້າງຕັ້ງຂຶ້ນເປັນເວລາ 11 ປີມານີ້, ອົງການປະປະຕິບັດກົດໝາຍເພື່ອຄວາມໝັ້ນຄົງຂອງສອງປະເທດໄດ້ຮ່ວມມືກັນຢ່າງໃກ້ຊິດໃນຫຼາຍຂົງເຂດ ເຊັ່ນ: ການປ້ອງກັນຄວາມໝັ້ນຄົງດ້ານການເມືອງ, ຕໍ່ຕ້ານການກໍ່ການຮ້າຍ, ປະສານສົມທົບດ້ານຍຸຕິທຳ ແລະອື່ນໆ ເຊິ່ງໄດ້ຮັບຜົນງານຢ່າງແທ້ຈິງຫຼາຍປະການ, ໄດ້ສ້າງສິ່ງຄ້ຳປະກັນອັນເຂັ້ມແຂງໃຫ້ແກ່ການຂະຫຍາຍເນື້ອໃນຄວາມໝັ້ນຄົງຂອງສາຍພົວພັນສອງປະເທດ. ສອງຝ່າຍຕ້ອງຮ່ວມກັນຕໍ່ຕ້ານ ແລະ ຮັບມືກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ດ້ານຄວາມໝັ້ນຄົງ, ເພີ່ມທະວີຄວາມສາມາດດ້ານການປ້ອງກັນຄວາມໝັ້ນຄົງ, ເພື່ອສະໜອງການບໍລິການແກ່ການ ພັດທະນາໃຫ້ຈະເລີນຂອງໃຜລາວ.

ທ່ານ ເຊີເກ ຊອຍກູ ກ່າວວ່າ: ຣັດເຊຍຍິນດີຊຸກຍູ້ການຮ່ວມມືດ້ານການປະຕິບັດກົດໝາຍເພື່ອຄວາມໝັ້ນຄົງຣັດເຊຍ-ຈີນຢ່າງຮອບດ້ານ, ປົກປ້ອງຜົນປະໂຫຍດດ້ານຄວາມໝັ້ນຄອງຂອງສອງປະເທດໃຫ້ດີກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn