ພາສາລາວ

ທ່ານສີຈິ້ນຜິງຕອບຄືນຈົດໝາຍ່ບຸກຄົນມິດຕະພາບຂອງເບຣຊິນ

CRI2024-11-12 12:12:22
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຄືນຈົດໝາຍບຸກຄົນມິດຕະພາບຂອງເບຣຊິນ ໂດຍຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າສືບຕໍ່ປະກອບສ່ວນເຂົ້າໃນພາລະກິດໄມຕີຈິດລະຫວ່າງຈີນ ກັບ ເບຣຊິນ.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດນຳກັນມາຄົບຮອບ 50 ປີ, ສອງປະເທດຈີນ ແລະ ເບຣຊິນໄດ້ເກາະແຂນກັນ,ກາຍເປັນເພື່ອນມິດທີ່ດີທີ່ຂ້າມຜ່ານ. ຈີນຍິນດີຮ່ວມກັບເບຣຊິນເຮັດໃຫ້ມິດຕະພາບລະຫວ່າງສອງປະເທດໃນຍຸກໃໝ່ມີເນື້ອໃນອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ,ເຮັດໃຫ້ການພົວພັນຈີນ-ເບຣຊິນກາຍເປັນແບບຢ່າງທີ່່ປະເທດໃຫຍ່ພວມພັດທະນາສາມັກຄີຮ່ວມມືກັນ, ພ້ອມກັນພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ. ຫວັງວ່າບຸກຄົນວົງການຕ່າງໆຂອງສອງປະເທດຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຊຸກຍູ້ການພົວພັນຈີນ-ເບຣຊິນໃຫ້ຂະຫາຍຕົວຢ່າງບໍ່ຢຸດຢັ້ງ.

ຫວ່າງມໍ່ໆມານີ້, ບຸກຄົນມິດຕະພາບເບຣຊິນ100ກວ່າຄົນໄດ້ຮ່ວມກັນຂຽນຈົດໝາຍເຖິງທ່ານສີຈິ້ນຜິງ ປະທານປະເທດຈີນ ເພື່ອຂອບໃຈນຳລັດຖະບານວິສາຫະກິດ ແລະ ສະຖາບັນການສຶກສາຊັ້ນສູງຂອງປະເທດຈີນທີ່ໄດ້ປະກອບສ່ວນເພື່ອການແລກປ່ຽນໄມຕີຈິດລະຫວ່າງເບຣຊິນ ກັບ ຈີນ ພ້ອມທັງຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?

123全文 3 下一页

Share this story on

Messenger Pinterest LinkedIn