ທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນລົງນາມໃນຄຳສັ່ງ ປະກາດ “ຂໍ້ກຳນົດວ່າດ້ວຍການຮັບປະກັນຍຸດໂທປະກອນຂອງກອງທັບ”
ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ລົງນາມໃນຄຳສັ່ງ ປະກາດ “ຂໍ້ກຳນົດວ່າດ້ວຍການຮັບປະກັນຍຸດໂທປະກອນຂອງກອງທັບ”, ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ທັນວາໜ້ານີ້ເປັນຕົ້ນໄປ.
ຂໍ້ກຳນົດດັ່ງກ່າວ ໄດ້ຖືເອົາແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ລົງເລິກປະຕິບັດຕາມແນວຄິດການສ້າງກອງທັບໃຫ້ເຂັ້ມແຂງຂອງທ່ານສີຈິ້ນຜິງ, ລົງເລິກປະຕິບັດຕາມແນວທາງຍຸດທະສາດດ້ານການທະຫານໃນຍຸກໃໝ່, ສຸມໃສ່ປະຕິບັດພາລະໜ້າທີ່ຂອງກອງທັບປະຊາຊົນໃນຍຸກໃໝ່ຢ່າງບັງເກີດຜົນ, ສຸມໃສ່ກຽມພ້ອມສູ້ຮົບແລະການສູ້ຮົບຢ່າງຮອບດ້ານ, ກຳແໜ້ນຈຸດພິເສດແລະກົດເກນຂອງວຽກງານຮັບປະກັນຍຸດໂທປະກອນຢ່າງເລິກເຊິ່ງ, ເຮັດໃຫ້ ຄວາມຕ້ອງການພື້ນຖານແລະການຈັດວາງກົດລະບຽບຂອງວຽກງານຮັບປະກັນຍຸດໂທປະກອນໃນສະພາບການໃໝ່ເປັນລະບຽບການທີ່ຖືກຕາມຫຼັກວິທະຍາສາດ, ແມ່ນຫຼັກອ້າງອີງຕົ້ນຕໍຂອງວຽກງານຮັບປະກັນຍຸດໂທປະກອນຂອງກອງທັບ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?