ພາສາລາວ

ທ່ານສີຈິ້ນຜິງແລະປະທານາທິບໍດີອີຕາລີຮ່ວມກັນພົບປະກັບຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມກົນໄກການຮ່ວມມືດ້ານວັດທະນະທຳຈີນ-ອີຕາລີ ແລະການສົນທະນາລະຫວ່າງອະທິການບໍດີມະຫາວິທະຍາໄລຈີນ-ອີຕາລີ

cri2024-11-09 17:10:32
Share
Share this with Close
Messenger Pinterest LinkedIn

ວັນທີ 8 ພະຈິກນີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານ ເຊີກີວ ມາທາເຣລາ ປະທານາທິບໍດີອີຕາລີ ໄດ້ຮ່ວມກັນພົບປະກັບຜູ້ຕາງໜ້າສອງຝ່າຍທີ່ເຂົ້າຮ່ວມກອງປະຊຸມກົນໄກການຮ່ວມມືດ້ານວັດທະນະທຳຈີນ-ອີຕາລີແລະການສົນທະນາລະຫວ່າງອະທິການບໍດີມະຫາວິທະຍາໄລຈີນ-ອີຕາລີ.

ທ່ານສີຈິ້ນຜິງຊີ້ອອກວ່າ, ໃນຊຸມປີມໍ່ໆມານີ້, ກົນໄກການຮ່ວມມືດ້ານວັດທະນະທຳຈີນ-ອີຕາລີໄດ້ຊຸກຍູ້ໃຫ້ສອງປະເທດຈັດກິດຈະກຳປີວັດທະນະທຳແລະປີທ່ອງທ່ຽວຂອງກັນແລະກັນ, ມະຫາວິທະຍາໄລຂອງສອງປະເທດໄດ້ດຳເນີນການແລກປ່ຽນດ້ານວິຊາການແລະຊາວໜຸ່ມຢ່າງກວ້າງຂວາງ, ເປີດກວ້າງການຄົ້ນຄວ້າຮ່ວມກັນກ່ຽວກັບວິຊາຂະແໜງໃໝ່ ແລະໄດ້ຮັບຜົນງານອັນອຸດົມສົມບູນ.

ທ່ານ ມາທາເຣລາ ກ່າວວ່າ, ສອງຝ່າຍຄວນສະຫຼຸບບົດຮຽນ, ສືບທອດໄມຕີຈິດມິດຕະພາບ, ສ້າງຂົວຕໍ່ ໃນການແລກປ່ຽນວັດທະນະທຳໃຫ້ຫຼາຍກວ່າເກົ່າ, ເພີ່ມທະວີຄວາມສາມັກຄີ,ຄັດຄ້ານການເປັນປໍລະປັກກັນ, ສະໜອງພື້ນຖານແລະສິ່ງຄ້ຳປະກັນທີ່ໝັ້ນແກ່ນໃຫ້ແກ່ການຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງອີຕາລີ-ຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn