ໄຂສັບປະດາການຮ່ວມມືລະຫວ່າງສື່ມວນຊົນ “ບັນດາປະເທດຄູ່ຮ່ວມອາຊຽນ” 2024 ຢູ່ນະຄອນກຸ້ຍລິນ
ວັນທີ 8 ພະຈິກນີ້, ສັບປະດາການຮ່ວມມືລະຫວ່າງສື່ມວນຊົນ “ບັນດາປະເທດຄູ່ຮ່ວມອາຊຽນ” 2024 ທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ແລະອົງການປົກຄອງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນຮ່ວມກັນເປັນເຈົ້າພາບໄດ້ໄຂຂຶ້ນຢູ່ນະຄອນກຸ້ຍລິນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ.
ທ່ານ ຟ້ານຢຸນ ຮອງຫົວໜ້າບັນນາທິການໃຫຍ່ຂອງ CMG ພ້ອມດ້ວຍແຂກທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂພ້ອມທັງກ່າວຄຳເຫັນ. ເຈົ້າໜ້າທີ່ ລັດຖະບານ,ບຸກຄົນທີ່ເຮັດວຽກສື່,ຜູ້ຊ່ຽວຊານແລະນັກວິຊາການທີ່ມາຈາກຈີນແລະບັນດາປະເທດສະມາຊິກອາຊຽນ 200 ກວ່າທ່ານໄດ້ດຳເນີນການແລກປ່ຽນແລະສົນທະນາຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍ “ຄຸນນະພາບໃໝ່·ຢູ່ຮ່ວມກັນຢ່າງກົມກຽວ·ອະລິຍະທຳ”, ເສີມຂະຫຍາຍບົດບາດແລະກຳລັງແຮງຂອງສື່ມວນຊົນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.
ທ່ານ ຟ້ານຢຸນ ກ່າວຄຳເຫັນາ: CMG ຍິນດີເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ,ເສີມຂະຫຍາຍບົດບາດແລະທ່າແຮງເຂົ້າໃນການເຜີຍແຜ່ຂອງ 80 ພາສາ, ເລົ່າເລື່ອງລາວທີ່ມີໄມຕີຈິດລະຫວ່າງຈີນ-ອາຊຽນໃຫ້ດີ; ຊຸກຍູ້ການຍົກລະດັບຄຸນນະພາບຂອງອຸດສາຫະກຳສື່ມວນຊົນໃຫ້ສູງຂຶ້ນ;ຊຸກຍູ້ການຖອດຖອນບົດຮຽນດ້ານອະລິຍະທຳລະຫວ່າງກັນ,ສະແດງໃຫ້ເຫັນເຖິງຄວາມສວຍງາມແລະຫຼາກຫຼາຍສີສັນຂອງສວນດອກໄມ້ນານາພັນແຫ່ງອະລິຍະທຳມວນມະນຸດຢ່າງມີຊີວິດຊີວາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved