ນາຍົກຈີນແລະ ຫວຽດນາມ ເຂົ້າຮ່ວມພິທີແລກປ່ຽນເອກະສານວ່າດ້ວຍການສ້າງຕັ້ງສະຖານກົງສຸນໃຫຍ່ຫວຽດນາມ ປະຈຳກຳແພງນະຄອນຈຸງກິ່ງ
ຕອນບ່າຍວັນທີ 7 ພະຈິກນີ້, ຢູ່ນະຄອນຄຸນໝິງແຂວງຢຸນນານຈີນ, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ ພ້ອມດ້ວຍທ່ານຟາມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມພິທີແລກປ່ຽນເອກະສານວ່າດ້ວຍການສ້າງຕັ້ງສະຖານກົງສຸນໃຫຍ່ຫວຽດນາມປະຈຳກຳແພງນະຄອນຈຸງກິ່ງ.
ທ່ານຫຼີສຽງກ່າວວ່າ: ຈີນຍິນດີຮ່ວມກັບຫວຽດນາມສືບຕໍ່ຜັນຂະຫຍາຍຄວາມເຫັນເປັນເອກະພາບກັນຂອງການນຳຂັ້ນສູງຂອງສອງພັກສອງລັດ, ເປີດກວ້າງຂະໜາດການຄ້າແລະການລົງທຶນ, ຂຸດຄົ້ນກຳລັງແຮງບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດຈະເລີນໃໝ່, ເລັ່ງລັດສ້າງການເຊື່ອມໂຍງເຊື່ອມຈອດກັນ, ເພີ່ມທະວີການປະສານງານຫຼາຍຝ່າຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມໃຫ້ລົງສູ່ລວງເລິກແລະມີຜົນສຳເລັດທີ່ແທ້ຈິງ.
ທ່ານຟາມມິ່ງຈິງ ກ່າວວ່າ: ຫວຽດນາມ ຍິນດີລົງເລິກການຮ່ວມມື ໃນຂົງເຂດຕ່າງໆກັບຈີນ, ເພີ່ມທະວີການຕິດຕໍ່ພົວພັນ ແລະ ການປະສານສົມທົບກັນໃນວຽກງານຫຼາຍຝ່າຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຫວຽດນາມ - ຈີນ ໃຫ້ໄດ້ຮັບຜົນງານຫຼາຍກ່ວາເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved