ທ່ານຫຼີສຽງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 8 ຂອບການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ
ວັນທີ 7 ພະຈິກນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 8 ຂອບການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງຢູ່ນະຄອນຄຸນໝິງແຂວງຢຸນນານຈີນ. ມີຜູ້ນຳລັດຖະບານລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມແລະຜູ້ວ່າການທະນາຄານພັດທະນາອາຊີໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ທ່ານຫຼີສຽງກ່າວວ່າ: ຈີນແລະບັນດາປະເທດລຽບຕາມແມ່ນ້ຳຂອງແມ່ນປະຊາຄົມຮ່ວມຊາຕາກຳທີ່ມີຄວາມສະໜິດສະໜົມຄືຄອບຄົວດຽວກັນ, ຕ້ອງສາມັກຄີປະສານງານກັນຢ່າງສະໜິດແໜ້ນກວ່າເກົ່າ, ເສີມຂະຫຍາຍທ່າແຮງຊ່ວຍຊູຍູ້ໜູນກັນດ້ານເສດຖະກິດຢ່າງເຕັມທີ, ຍຶດໝັ້ນການຮ່ວມມືແບບເປີດກວ້າງ, ໃຫ້ຄວາມສຳຄັນຕໍ່ການນຳພາດ້ວຍການປະດິດສ້າງໃໝ່, ລົງເລິກການສ້າງສາທີ່ມີການເຊື່ອມໂຍງກັນ, ຮັດແໜ້ນການແລກປ່ຽນແລະປະສານງານກັນ, ນຳພາການຮ່ວມມືຕົວຈິງໃນແຕ່ລະຂົງເຂດໃຫ້ລົງສູ່ລວງເລິກຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບແລະຄວາມໝັ້ນຄົງ, ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນແລະຂອງໂລກ.
ຜູ້ນຳແຕ່ລະປະເທດແລະຜູ້ຮັບຜິດຊອບອົງການກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ: ຍິນດີທຳຄວາມພະຍາຍາມຮ່ວມກັນ, ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດຂອງພາກພື້ນພ້ອມທັງການພັດທະນາແບບຍືນຍົງແລະກວມລວມຂອງແຕ່ລະປະເທດໃນອະນຸພາກພື້ນແມ່ນ້ຳຂອງຢ່າງຕື່ມອີກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດໃນພາກພື້ນໃຫ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່