ທ່ານສີຈິ້ນຜິງຈະເດີນທາງໄປເປຣູເພື່ອເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງການຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຄັ້ງທີ 31 ແລະຢ້ຽມຢາມເປຣູທາງລັດຖະກິດ ຈາກນັ້ນຈະເດີນທາງໄປບຣາຊິນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງທີ 19 ແລະຢ້ຽມຢາມບຣາຊິນທາງລັດຖະກິດ
ວັນທີ 8 ພະຈິກນີ້, ທ່ານນາງຮວ້າຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງດິນາ ໂບລູອັດ ປະທານາທິບໍດີສາທາລະນະລັດເປຣູ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຫຼວງລີມາຂອງເປຣູເພື່ອເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງການຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຄັ້ງທີ 31 ແລະຢ້ຽມຢາມເປຣູທາງລັດຖະກິດລະຫວ່າງວັນທີ 13 ຫາ 17 ພະຈິກນີ້.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານລູຍສ ອິນາຊິໂອ ລູລາ ດາ ຊິນວາ ປະທານາທິບໍດີສາທາລະນະລັດສະຫະພັນບຣາຊິນ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຣີໂອເດີຈາເນໂຣຂອງບຣາຊິນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 20 ປະເທດ ຫຼື G20 ຄັ້ງທີ 19 ແລະຢ້ຽມຢາມບຣາຊິນທາງລັດຖະກິດລະຫວ່າງວັນທີ 17 ຫາ 21 ພະຈິກນີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"