ພາສາລາວ

ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມໃຫຍ່ອະລິຍະທຳອະມະຕະໂລກຄັ້ງທຳອິດ

cri2024-11-07 18:11:06
Share
Share this with Close
Messenger Pinterest LinkedIn

ວັນທີ 7 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມໃຫຍ່ອະລິຍະທຳອະມະຕະໂລກຄັ້ງທຳອິດ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນແລະເກຣັກຮ່ວມກັນຈັດກອງປະຊຸມໃຫຍ່ອະລິຍະທຳອະມະຕະໂລກຄັ້ງທຳອິດ ແລະສ້າງຕັ້ງສະຖາບັນຄົ້ນຄວ້າອະລິຍະທຳອະມະຕະຈີນຢູ່ນະຄອນຫຼວງອາແຕນຂອງເກຣັກ ໄດ້ສ້າງເວທີໃໝ່ໃຫ້ແກ່ຈີນແລະເກຣັກກໍຄືບັນດາປະເທດໃນໂລກໃນການແລກປ່ຽນແລະຖອດຖອນບົດຮຽນດ້ານອະລິຍະທຳ. ຈີນຍິນດີຮ່ວມກັບບັນດາຝ່າຍ,ຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທຳໂລກ, ຮ່ວມກັນແກ້ໄຂສິ່ງທ້າທາຍຊະນິດຕ່າງໆທີ່ມວນມະນຸດຮ່ວມກັນຜະເຊີນໜ້າ,ຮ່ວມກັນຊຸກຍູ້ການພັດທະນາດ້ານອະລິຍະທຳຂອງມະນຸດໃຫ້ກ້າວໄປຂ້າງໜ້າ. ຫວັງວ່າຜູ່ຊ່ຽວຊານແລະນັກວິຊາການທັງຫຼາຍຈະສາມາດແບກຫາບພາລະໜ້າທີ່ດ້ານການຄົ້ນຄວ້າອະລິຍະທຳອະມະຕະ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ການສືບທອດແລະພັດທະນາອະລິຍະທຳ ແລະຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນດ້າອະລິຍະທຳ.

ກອງປະຊຸມໃຫຍ່ອະລິຍະທຳອະມະຕະໂລກຄັ້ງທຳອິດໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 7 ພະຈິກນີ້ພາຍໃຕ້ຫົວຂໍ້ “ອະລິຍະທຳອະມະຕະແລະໂລກສະໄໝປັດຈຸບັນ”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

123全文 3 下一页

Share this story on

Messenger Pinterest LinkedIn