ທ່ານ ສີຈິ້ນຜິງ ສົ່ງໂທລະເລກໄປຍັງທ່ານ ໂດນັນ ທຣຳ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຂອງອາເມຣິກາ
ວັນທີ 7 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານເຖິງທ່ານ ໂດນັນ ທຣຳ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອຕຕັ້ງເປັນປະທານາທິບໍດີຂອງອາເມຣິກາຄົນໃໝ່ ໂດຍຊີ້ໃຫ້ເຫັນວ່າ:ຫວັງວ່າຈີນ-ອາເມຣິກາຈະສາມາດເພີ່ມທະວີການສົນທະນາແລະການຕິດຕໍ່ພົວພັນກັນ,ແກ້ໄຂແລະຄວບຄຸມຂໍ້ຂັດແຍ້ງຢ່າງເໝາະສົມ,ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເດີນຕາມເສັ້ນທາງຢູ່ຮ່ວມກັນຢ່າງຖືກຕ້ອງໃນໄລຍະໃໝ່ລະຫວ່າງຈີນ-ອາເມຣິກາ.
ໃນມື້ດຽວກັນນີ້, ທ່ານ ຮານເຈີ້ງ ຮອງປະທານປະເທດຈີນໄດ້ສົ່ງໂທລະເລກໄປຍັງທ່ານ ແຈມສ ດາວິດ ວັນສ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນຮອງປະທານາທິບໍດີອາເມຣິກາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"