ທ່ານຫຼີສຽງ ພົບປະກັບທ່ານ ມາຊາຊຸກູ ອາຊາຄາວາ, ຜູ້ວ່າການທະນາຄານພັດທະນາອາຊີ
ຕອນບ່າຍວັນທີ 6 ພະຈິກນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານ ມາຊາຊຸກູ ອາຊາຄາວາ, ຜູ້ວ່າການທະນາຄານພັດທະນາອາຊີ ຫຼື ADB ທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 8 ກ່ຽວກັບການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງຢູ່ນະຄອນຄຸນໝິງແຂວງຢຸນນານຈີນ.
ທ່ານຫຼີສຽງກ່າວວ່າ, ຈີນຍິນດີ ຮ່ວມກັບ ADB ສືບຕໍ່ສຸມໃສ່ການພັດທະນາ, ເພີ່ມທະວີການຮ່ວມມືດ້ານເງິນທຶນແລະຄວາມຮູ້, ພ້ອມທັງແບ່ງປັນປະສົບການທີ່ເປັນປະໂຫຍດຂອງຈີນໃນການຫຼຸດຜ່ອນຄວາມທຸກຍາກ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວແລະດ້ານອື່ນໆ ກັບປະເທດພວມພັດທະນາອື່ນໆໂດຍຜ່ານເວທີ ADB.
ທ່ານມາຊາຊຸກູ ອາຊາຄາວາ ກ່າວວ່າ: ADB ສຸມກຳລັງເຂົ້າໃນການຂະຫຍາຍການພົວພັນຮ່ວມມືທີ່ເຂັ້ມແຂງແລະຮອບດ້ານກວ່າເກົ່າກັບຈີນ ແລະຍິນດີສືບຕໍ່ສະໜັບສະໜູນການພັດທະນາທີ່ມີຄຸນນະພາບສູງຂອງຈີນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາແບບສີຂຽວແລະກາກບອນຕ່ຳ, ການປະດິດສ້າງໃໝ່ດ້ານຄວາມຮູ້ແລະອື່ນໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່