ທ່ານຫຼີສຽງພົບປະທ່ານມິນອອງລາຍ ຜູ້ນຳມຽນມາ
ຕອນບ່າຍວັນທີ 6 ພະຈິກນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານມິນອອງລາຍ ຜູ້ນຳມຽນມາທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 8 ຂອງການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງຢູ່ນະຄອນຄຸນໝິງແຂວງຢຸນນານຈີນ.
ທ່ານຫຼີສຽງກ່າວວ່າ: ຈີນຍິນດີຮ່ວມກັນກັບມຽນມາປັບປຸງແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ລົງເລິກການຮ່ວມມືດ້ານຍຸດທະສາດຮອບດ້ານ, ຮ່ວມກັນຮັບມືກັບສິ່ງທ້າທາຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາໃຫ້ລົງສູ່ລວງເລິກແລະມີຜົນສຳເລັດຢ່າງແທ້ຈິງ.
ທ່ານມິນອອງລາຍກ່າວວ່າ: ມຽນມາຄອງຄອຍຖືເອົາປີ 2025 ເຊິ່ງເປັນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 75 ປີເປັນໂອກາດທີ່ດີ, ລົງເລິກການຮ່ວມມືໃນແຕ່ລະຂົງເຂດ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມຽນມາ-ຈີນໃຫ້ໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ. ມຽນມາຈະພະຍາຍາມສຸດຂີດເພື່ອຮັບປະກັນຄວາມປອດໄພຂອງອົງການ, ໂຄງການແລະບຸກຄົນຂອງຈີນທີ່ຢູ່ມຽນມາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved