ທ່ານຫຼີສຽງເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ພ້ອມທັງກ່າວຄຳປາໄສ
ວັນທີ 5 ພະຈິກນີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຫຼື ເວທີເປິກສາຫາລື ເສດຖະກິດສາກົນຮົງຊຽວຢູ່ນະຄອນຊຽງໄຮ້ ພ້ອມທັງກ່າວຄຳປາໄສ. ໂດຍໄດ້ສະເໜີວ່າ: ຄວນສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການເປີດປະຕູສູ່ພາຍນອກໃຫ້ດີກວ່າເກົ່າໃນຂະນະທີ່ຍຶດໝັ້ນເຄົາລົບຄວາມຊື່ສັດ ແລະ ຮັກສາຄຳໝັ້ນສັນຍາ, ຕ້ອງເປີດກວ້າງຂອບເຂດເປີດປະຕູສູ່ພາຍນອກໃຫ້ດີກວ່າເກົ່າໃນຂະນະທີ່ຍຶດໝັ້ນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຕ້ອງແບກຫາບຄວາມຮັບຜິດຊອບແຫ່ງການເປີດປະຕູສູ່ພາຍນອກໃຫ້ດີກວ່າເກົ່າໃນຂະນະທີ່ຍຶດໝັ້ນການຮ່ວມຊາຕາກຳ.
ມີຜູ້ນຳ ພ້ອມດ້ວຍ ຜູ້ຕາງໜ້າວົງການການເມືອງການຄ້າແລະນັກວິຊາການປະມານ 1,500 ທ່ານທີ່ມາຈາກ 152 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມພິທີເປີດງານດັ່ງກ່າວ. ໃນເວລາກ່າວຄຳເຫັນ, ການນຳຕ່າງປະເທດ ແລະ ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນໄດ້ສະແດງຄວາມຍິນດີໃນການຊຸກຍູ້ການຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ", ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ, ການເຊື່ອມໂຍງເຊື່ອມຈອດກັນແລະອື່ນໆ, ປົກປັກຮັກສາການຄ້າເສລີ. ຊຸກຍູ້ຄວາມສະເໝີພາບ, ຄວາມກ້າວໜ້າ ແລະການພັດທະນາແບບຍືນຍົງຢູ່ໃນໂລກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved