ລະຄອນໂທລະພາບເລື່ອງ“ໄລຍະເວລາຢູ່ພາກຕາເວັນຕົກສຽງເໜືອ” ເລີ່ມອອກອາກາດໃນວັນທີ 5 ພະຈິກນີ້
ລະຄອນໂທລະພາບເລື່ອງ“ໄລຍະເວລາຢູ່ພາກຕາເວັນຕົກສຽງເໜືອ” ເຊິ່ງເປັນລະຄອນທີ່ເລົ່າເລື່ອງລາວການປະຕິວັດທີ່ສຳຄັນແລະຍິ່ງໃຫຍ່ໄດ້ເລີ່ມອອກອາກາດຢູ່ຊ່ອງສັງລວມ CCTV-1 ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໃນເວລາ 20 ໂມງຂອງວັນທີ 5 ພະຈິກນີ້. ເຊິ່ງໄດ້ທົບທວນຄືນເລື່ອງລາວໃນອະດີດກ່ຽວກັບການສູ້ຊົນດຳເນີນການປະຕິວັດຢູ່ດິນແດນທາງພາກຕາເວັນຕົກສຽງເໜືອຂອງຈີນແລະສືບທອດສາຍເລືອດແຫ່ງນ້ຳໃຈສະມາຊິກພັກຄອມມູນິດຈີນ.
ລະຄອນໂທລະພາບເລື່ອງດັ່ງກ່າວມີເນື້ອໃນໂດຍອີງໃສ່ປະຫວັດສາດຂອງພັກ,ສະແດງໃຫ້ເຫັນໄລຍະເວລາຫົວລ້ຽວຫົວຕໍ່ແຫ່ງການປະຕິວັດຢູ່ເຂດພາກຕາເວັນຕົກສຽງເໜືອຂອງຈີນດ້ວຍຮູບແບບສິລະປະ,ໄດ້ເລົ່າເລື່ອງລາວທີ່ທ່ານ ສີຈົ້ງຊຸ່ນ ພໍ່ຂອງທ່ານ ສີຈິ້ນຜິງແລະນັກປະຕິວັດຊົນຊັ້ນກຳມາຊີບຮຸ່ນກ່ອນທ່ານອື່ນໆໄດ້ທຳຄວາມພະຍາຍາມເພື່ອພາລະກິດຂອງພັກແລະຜົນປະໂຫຍດຂອງປະຊາຊົນ,ສູ້ຊົນຕໍ່ສູ້ແບບນອງເລືອດ,ຄົ້ນຄວ້າຊອກຫາສັດຈະທຳຢ່າງລຳບາກ,ຍຶດໝັ້ນການສະແຫວງຫາຄວາມຈິງຈາກສະພາບຕົວຈິງ,ຍຶດໝັ້ນແນວຄິດອາໄສປະຊາຊົນແລະສ້າງສາປະເທດຈີນໃໝ່.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved