ພາສາລາວ

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານຣາຕູ ໄນກາມາ ລາລາບາລາວູ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຟີຈີ

cri2024-11-06 15:33:23
Share
Share this with Close
Messenger Pinterest LinkedIn

ວັນທີ 5 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານຣາຕູ ໄນກາມາ ລາລາບາລາວູ, ເພື່ອສະແດງຄວາມຊົມເຊີຍທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດຟີຈີ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຟີຈີແມ່ນປະເທດເກາະດອນປາຊີຟິກທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການກັບຈີນກ່ອນໝູ່. ໃນຮອບ 49 ຜ່ານມາຫຼັງຈາກໄດ້ສ້າງຕັ້ງສາຍພົວພັນທາງການທູດແລ້ວ, ການພົວພັນລະຫວ່າງຈີນ-ຟີຈີໄດ້ຮັບການພັດທະນາຫຼາຍຂຶ້ນ, ເຊິ່ງໄດ້ເພີ່ມຄວາມສຸກໃຫ້ປະຊາຊົນສອງຊາດ, ໄດ້ຊຸກຍູ້ສັນຕິພາບ, ສະຖຽນລະພາບແລະການພັດທະນາໃນພາກພື້ນແລະໃນໂລກ. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ຟີຈີ, ຍິນດີພະຍາຍາມຮ່ວມກັບທ່ານປະທານາທິບໍດີ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ປອດໃສແລະໝັ້ນທ່ຽງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn