ທ່ານຫຼີສຽງສົນທະນາກັບຜູ້ຕາງໜ້ານັກທຸລະກິດທີ່ມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7
ວັນທີ 4 ພະຈິກນີ້, ຢູ່ນະຄອນຊຽງໄຮ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົນທະນາກັບຜູ້ຕາງໜ້ານັກທຸລະກິດຝ່າຍວາງສະແດງ ແລະ ຝ່າຍຈັດຊື້ທີ່ມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7.
ຜູ້ຕາງໜ້ານັກທຸລະກິດຕ່າງປະເທດກ່າວວ່າ: ເບິ່ງເຫັນໄປໃນແງ່ດີ ແລະ ຈະສືບຕໍ່ເປີດກວ້າງຕະຫຼາດຢູ່ຈີນ, ເປີດກວ້າງການລົງທຶນຢູ່ຈີນ, ເລັ່ງລັດການພັດທະນາແບບປະດິດສ້າງ ແລະ ເຊື່ອມໂຍງເຂົ້າກັນ, ທຳຄວາມພະຍາຍາມຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ.
ພາຍຫຼັງໄດ້ຮັບຟັງຄວາມເຫັນຂອງຜູ້ຕາງໜ້ານັກທຸລະກິດແລ້ວ, ທ່ານຫຼີສຽງກ່າວວ່າ: ຈີນຈະຜ່ອນຄາຍມາດຕະຖານອະນຸມັດໃຫ້ເຂົ້າຕະຫຼາດຕື່ມອີກ, ຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງເປັນລະບຽບໃນຂົງເຂດໂທລະຄົມການສື່ສານ ການສຶກສາ ແລະ ອື່ນໆໃຫ້ກວ້າງອອກ, ພ້ອມກັນນັ້ນ, ຈະສືບຕໍ່ປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດໃຫ້ດີຂຶ້ນ, ຕອບສະໜອງຕາມຄວາມຕ້ອງການຂອງວິສາຫະກິດຢ່າງທັນການ, ຊ່ວຍເຫຼືອວິສາຫະກິດແກ້ໄຂບັນຫາຕົວຈິງ ພ້ອມທັງສະໜອງໂອກາດທີ່ສະເໝີພາບກັນໃຫ້ແກ່ວິສາຫະກິດໃນດ້ານການໄດ້ຮັບເງື່ອນໄຂສຳຄັນ ການອະນຸຍາດດ້ານຄຸນສົມບັດ ການເຂົ້າຮ່ວມການຈັດຊື້ຂອງລັດ ແລະດ້ານອື່ນໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"