ພາສາລາວ

ຍານກັບຄືນສູ່ໂລກຂອງຍານອະວະກາດບັນທຸກຄົນເຊິນໂຈ່ວ 18 ລົງຈອດຢ່າງສຳເລັດຜົນ ພາລະກິດການບິນອະວະກາດບັນທຸກຄົນເຊິນໂຈ່ວ 18 ໄດ້ຮັບຜົນສຳເລັດຢ່າງຈົບງາມ

CRI2024-11-04 12:02:45
Share
Share this with Close
Messenger Pinterest LinkedIn

ເວລາ 1 ໂມງ 24 ນາທີຂອງວັນທີ 4 ພະຈິກນີ້, ຍານກັບຄືນສູ່ໂລກຂອງຍານອະວະກາດບັນທຸກຄົນເຊິນໂຈ່ວ 18 ໄດ້ລົງຈອດຢູ່ສະໜາມລົງຈອດຕົ່ງເຟິ່ງ ເຂດປົກຄອງຕົນເອງມົງໂກໃນຈີນຢ່າງສຳເລັດຜົນ, 2 ໂມງ 15 ນາທີ, ນັກບິນອະວະກາດ 3 ຄົນ ຄື: ທ່ານເຢ້ຍກວ່າງຟູ້ ທ່ານຫຼີຊົ່ງ ແລະ ທ່ານຫຼີກວາງຊູ່ ໄດ້ອອກຈາກຍານກັບຄືນດ້ວຍຄວາມປອດໄພ, ພະນັກງານການແພດທີ່ຕິດຕາມແລະຮັບປະກັນສຸຂະພາບຂອງນັກບິນໄດ້ຢືນຢັນວ່າ: ສະພາບສຸຂະພາບຂອງນັກບິນອະວະກາດເປັນປົກກະຕິ, ພາລະກິດການບິນອະວະກາດບັນທຸກຄົນເຊິນໂຈ່ວ 18 ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ມາຮອດປັດຈຸບັນນີ້, ການບິນອະວະກາດຂອງຈຸບິນ“ຊຸມປີ 1980”ໄດ້ສິ້ນສຸດລົງຢ່າງຈົບງາມ, ທ່ານເຢ້ຍກວ່າງຟູ້ໄດ້ກາຍເປັນນັກບິນອະວະກາດຈີນຄົນທຳອິດທີ່ໄດ້ປະຕິບັດໜ້າທີ່ຢູ່ໃນອະວະກາດດົນກວ່າ 1 ປີ. ການບິນອະວະກາດຄັ້ງທຳອິດຂອງທ່ານຫຼີຊົ່ງ ແລະ ທ່ານຫຼີກວາງຊູ່ໄດ້ສຳເລັດຜົນຢ່າງຈົບງາມ.

1234全文 4 下一页

Share this story on

Messenger Pinterest LinkedIn