ກອງປະຊຸມສຳມະນາຄວາມປອດໄພດ້ານການຂົນທາງນ້ຳຂອງກອງປະຊຸມເວທີເປິກສາຫາລືພາກພື້ນອາຊຽນຄັ້ງທີ 5 ຈັດຂຶ້ນຢູ່ນະຄອນກວາງໂຈ່ວຈີນ
ວັນທີ 30 ຕຸລານີ້, ກອງປະຊຸມສຳມະນາຄວາມປອດໄພດ້ານການຂົນສົ່ງທາງນ້ຳຂອງກອງປະຊຸມເວທີເປິກສາຫາລືພາກພື້ນອາຊຽນຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຂອງຈີນ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມຂອງອົງການກິດຈະການທາງທະເລຂອງກະຊວງຄົມມະນາຄົມຂົນສົ່ງຈີນ, ກົມທາງນ້ຳກະຊວງໂຍທາທິການແລະຂົນສົ່ງ, ອົງການຂົນສົ່ງທາງນ້ຳ ທາງທະເລ ແລະ ວຽກງານທ່າກຳປັ່ນກຳປູເຈຍ, ອົງການຄຸ້ມຄອງອຸດສາຫະກຳກິດຈະການທາງທະເລຟິລິບປິນ ແລະ ຈັດຂຶ້ນໂດຍພະແນກກິດຈະການທາງທະເລກວາງຕຸ້ງຈີນ.
ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄວາມເຫັນກ່ຽວກັບຫົວຂໍ້ຈຸດສຸມຕ່າງໆ ເປັນຕົ້ນ: ສະພາບຄວາມປອດໄພ ແລະ ທ່າອ່ຽງການພັດທະນາຂອງການຂົນສົ່ງທາງນ້ຳ, ລະບຽບການ ກົນໄກ ແລະ ມາດຕະການຄຸ້ມຄອງຄວາມປອດໄພ ດ້ານການຂົນສົ່ງທາງນ້ຳ, ເວັບໄຊການຮ່ວມມືດ້ານເຕັກນິກຂອງຄວາມປອດໄພດ້ານການຂົນສົ່ງທາງນ້ຳ ແລະ ມາດຕະການຍົກສູງຄວາມປອດໄພຂອງກຳປັ່ນໂດຍສານ, ໄດ້ລົງເລິກຄົ້ນຄວ້າແລະເປິກສາຫາລືຮ່າງ “ແຜ່ນແມ່ບົດ” ທີ່ສົມທົບກັບ “ຖະແຫຼງການຮ່ວມຂອງລັດຖະມົນຕີການຕ່າງປະເທດກ່ຽວກັບການເພີ່ມທະວີການຮ່ວມມືດ້ານຄວາມປອດໄພຂອງການຂົນສົ່ງທາງນ້ຳໃນພາກພື້ນຂອງເວທີເປິກສາຫາລືພາກພື້ນອາຊຽນ”, ໄດ້ອອກຂໍ້ສະເໜີກ່ຽວກັບການປັບປຸງຄວາມປອດໄພດ້ານການຂົນສົ່ງທາງນ້ຳ ເພື່ອຍົກສູງລະດັບການຄຸ້ມຄອງຄວາມປອດໄພຂອງການຂົນສົ່ງທາງນ້ຳໃນພາກພື້ນຢ່າງບໍ່ຢຸດຢັ້ງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved