ພາສາລາວ

ເປີດເຜີຍຮູບຊົງທວນໄຟງານມະຫະກຳກິລາລະດູໜາວອາຊີຄັ້ງທີ 9 ປີ 2025 ຢ່າງເປັນທາງການ

CRI2024-10-31 12:32:44
Share
Share this with Close
Messenger Pinterest LinkedIn

ຕອນຄໍ່າວັນທີ 30 ຕຸລານີ້ຢູ່ນະຄອນຮາບິນແຂວງເຮີຍຫຼົງຈ່ຽງຈີນ, ໃນກິດຈະກໍານັບຖ້ອຍຫຼັງ 100 ວັນສໍາລັບການຈັດງານມະຫະກຳກິລາລະດູໜາວອາຊີຄັ້ງທີ 9 ປີ 2025 ທີ່ນະຄອນຮາບິນເປັນເຈົ້າພາບ ໄດ້ມີການເປີດເຜີຍຮູບຊົງທວນໄຟຂອງງານມະຫະກຳກິລາດັ່ງກ່າວຢ່າງເປັນທາງການ ພາຍໃຕ້ຊື່ “ເຜີງພ້າຍ”.

ຮູບຊົງຂອງທວນໄຟດັ່ງກ່າວມີຄວາມສູງປະມານ 735 ມິລິແມັດ, ເສັ້ນຜ່າສູນກາງຂອງຮູບວົງມົນດ້ານເທິງຍາວປະມານ 115 ມິລິແມັດ, ສໍາລັບພາກສ່ວນດ້ານຈັບນັ້ນມີເສັ້ນຜ່າສູນກາງຍາວປະມານ 50 ມິລິແມັດ. ຫົວຂໍ້ຕົ້ນຕໍຂອງການອອກແບບທວນໄຟແມ່ນໄດ້ມາຈາກຄວາມອຸດົມສົມບູນຂອງພະລັງຊີວິດໃນທໍາມະຊາດ, ພ້ອມທັງໄດ້ປະສານເຂົ້າກັບຄໍາຂວັນຂອງງານມະຫະກຳກິລາລະດູໜາວເທື່ອນີ້ຢ່າງແໜ້ນແຟ້ນ ເຊິ່ງຄໍາຂວັນຂອງງານເທື່ອນີ້ແມ່ນ “ຮ່ວມໃຝ່ຝັນແຫ່ງລະດູໜາວ, ຮ່ວມໃຈກັນລະຫວ່າງອາຊີ” ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນຕໍ່ກິລາລະດູໜາວ, ມິດຕະພາບ ແລະ ຄວາມສາມັກຄີລະຫວ່າງປະເທດຕ່າງໆຢູ່ໃນອາຊີ, ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈ “ສູ້ຊົນຮ່ວມກັນ, ສະແຫວງຫາຮ່ວມກັນ” ທີ່ດີເລີດໃນການເຊື່ອມໂຍງປະເທດຕ່າງໆຢູ່ໃນອາຊີດ້ວຍຄວາມໃຝ່ຝັນຂອງກິລາລະດູໜາວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

123全文 3 下一页

Share this story on

Messenger Pinterest LinkedIn