ພາສາລາວ

ຈີນຈະອອກແຮງປະຕິບັດການເຄື່ອນໄຫວໃຊ້ພະລັງງານໝູນວຽນ

cri2024-10-31 11:40:30
Share
Share this with Close
Messenger Pinterest LinkedIn

ເມື່ອມໍ່ໆມານີ້, 6 ພາກສ່ວນລັດຖະບານຈີນລວມທັງຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນໄດ້ເຜີຍແຜ່ຄຳເຫັນຊີ້ນຳກ່ຽວກັບການອອກແຮງປະຕິບັດການເຄື່ອນໄຫວໃຊ້ພະລັງງານໝູນວຽນ, ເພື່ອສົ່ງເສີມການສ້າງລະບົບເສດຖະກິດພັດທະນາແບບໝູນວຽນ, ສີຂຽວ ແລະ ກາກບອນຕ່ຳ, ຊຸກຍູ້ການສ້າງໃຫ້ມີຮູບການຜະລິດ ແລະ ວິຖີຊີວິດແບບສີຂຽວແລະກາກບອນຕ່ຳ.

ຄຳເຫັນຊີ້ນຳສະບັບນີ້ໄດ້ກຳນົດວ່າ: ການໃຊ້ພະລັງງານໝູນວຽນໃນຂົງເຂດສຳຄັນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14ຂອງຈີນໄດ້ຮັບຄວາມຄືບໜ້າທີ່ດີ, ເມື່ອຮອດປີ2025, ການບໍລິໂພກພະລັງງານໝູນວຽນໃນທົ່ວປະເທດຈີນຈະບັນລຸເທົ່າກັບຖ່ານຫີນມາດຕະຖານ1,1ຕື້ໂຕນຂຶ້ນໄປ. ຮູບການຜະລິດແລະການດຳລົງຊີວິດທີ່ນຳໃຊ້ພະລັງງານໝູນວຽນເປັນບຸລິມະສິດໃນບັນດາຂົງເຂດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ15ຂອງຈີນໄດ້ຈໍ່ຕົວຂຶ້ນໂດຍພື້ນຖານ, ເມື່ອຮອດປີ2030,ການບໍລິໂພກພະລັງງານໝູນວຽນໃນທົ່ວປະເທດຈີນຈະບັນລຸເທົ່າກັບຖ່ານຫີນມາດຕະຖານ1,5ຕື້ໂຕນຂຶ້ນໄປ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn