ການຍິງສົ່ງຍານອະວະກາດບັນທຸກຄົນເສີນໂຈ່ວ 19 ຂອງຈີນໄດ້ຮັບຜົນສຳເລັດຢ່າງຈົບງາມ, ຄົນຕ່າງປະເທດຢູ່ຈີນກ່າວວ່າ: "ຄວາມຮູ້ສຶກແບບນີ້ບໍ່ພຽງແຕ່ເກີດຂຶ້ນກັບປະຊາຊົນຈີນ"
ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນເປີດເຜີຍໃຫ້ຮູ້ວ່າ: ເວລາ 4 ໂມງ 27 ນາທີຂອງວັນທີ 30 ຕຸລານີ້, ຈະຫຼວດສົ່ງຍານ “ສາງເຈິ່ງ 2” F ທີ່ບັນທຸກຍານອະວະກາດບັນທຸກຄົນ “ເສີນໂຈ່ວ 19” ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ສູນຍິງສົ່ງດາວທຽມຈິວສວນແຂວງກ່ານຊູ້ຈີນ, ຜ່ານເວລາໄປປະມານ 10 ນາທີ, ຍານອະວະກາດບັນທຸກຄົນ “ເສີນໂຈ່ວ 19” ໄດ້ແຍກອອກຈາກຈະຫຼວດຢ່າງສຳເລັດຜົນ, ແລ້ວເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າ, ຈຸບິນອະວະກາດມີສະພາບການປົກກະຕິ, ການຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທ້າວໂມຮາມັດ ຟາຮັດ ຮາຊ, ນັກສຶກສາປາກິດສະຖານທີ່ຮຽນຢູ່ປະເທດຈີນກ່າວວ່າ: “ຂ້ອຍໄດ້ເອົາໃຈໃສ່ຕິດຕາມຂ່າວກ່ຽວກັບການຍິງສົ່ງຍານອະວະກາດບັນທຸກຄົນເສີນໂຈ່ວ 19 ທີ່ສຸດ, ຍ້ອນວ່າສິ່ງນີ້ເປັນຂີດໝາຍສຳຄັນອີກຄັ້ງໜຶ່ງທີ່ຄວາມສາມາດດ້ານການຄົ້ນຄວ້າອະວະກາດຂອງຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.”
ທ້າວຟາຮັດ ກ່າວວ່າ: ທຸກເທື່ອທີ່ຍານອະວະກາດບັນທຸກຄົນເສີນໂຈ່ວຍິງສົ່ງຂຶ້ນສູ່ອະວະກາດ, ຂ້ອຍເອງລ້ວນແຕ່ຈະຊົມການຖ່າຍທອດສົດ. “ຍ້ອນວ່າຄວາມຮູ້ສຶກຕື່ນເຕັ້ນຈາກການຊົມການຖ່າຍທອດສົດການຍິງສົ່ງຍານອະວະກາດເຮັດໃຫ້ຄົນມີຄວາມປະທັບໃຈທີ່ສຸດ, ຄວາມຮູ້ສຶກແບບນີ້ບໍ່ພຽງແຕ່ເກີດຂຶ້ນກັບປະຊາຊົນຈີນເທົ່ານັ້ນ, ຂ້ອຍຮູ້ສຶກວ່າມັນໄດ້ເກີດຂຶ້ນກັບຄົນທົ່ວໂລກ ແລະມວນມະນຸດ. ”
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved