ພາສາລາວ

ທ່ານສີຈິ້ນຜິງມີຄຳເຫັນໂອ້ລົມຕໍ່ພິທີເປີດຊຸດສຳມະນາສຳລັບພະນັກງານການນຳຫຼັກແຫຼ່ງຂັ້ນແຂວງແລະກະຊວງກ່ຽວກັບການເຊື່ອມຊຶມແລະຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20

cri2024-10-30 11:38:40
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 29 ຕຸລານີ້, ພິທີເປີດຊຸດສຳມະນາສຳລັບພະນັກງານການນຳຫຼັກແຫຼ່ງຂັ້ນແຂວງແລະກະຊວງກ່ຽວກັບການເຊື່ອມຊຶມແລະຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20ໄດ້ຈັດຂຶ້ນຢູ່ໂຮງຮຽນທິດສະດີສູນກາງພັກທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ.

ທ່ານສີຈິ້ນຜິງຊີ້ອອກວ່າ: ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ18ໄດ້ເປີດສະພາບການທີ່ໃໝ່ອ່ຽມແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ ເຊິ່ງມີຄວາມໝາຍແບບໄຂສັງກາດໃໝ່. ການປະຕິຮູບເປັນໂຄງການທີ່ເປັນລະບົບ, ຕ້ອງເອົາໃຈໃສ່ວິທີວິທະຍາ, ແກ້ໄຂການພົວພັນດ້ານຕ່າງໆໃຫ້ດີ. ການເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງແລະປຸກລະດົມທຸກປັດໄຈທີ່ຕັ້ງໜ້າຢ່າງເຕັມສ່ວນແມ່ນມີຄວາມສຳຄັນທີ່ສຸດຕໍ່ການຊຸກຍູ້ການປະຕິຮູບໃຫ້ພັດທະນາໄປດ້ວຍດີ.

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ການຮັກສາທາດແທ້ ແລະ ປະດິດສ້າງເປັນຫຼັກການສຳຄັນຍິ່ງທີ່ຕ້ອງກຳແໜ້ນແລະຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ພະນັກງານການນຳໂດຍສະເພາະພະນັກງານຂັ້ນສູງແມ່ນໄດ້ແບກຫາບໜ້າທີ່ສຳຄັນໃນການຊຸກຍູ້ການປະຕິຮູບ. ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆຕ້ອງພະຍາຍາມສູ້ຊົນບັນລຸໜ້າທີ່ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນໝົດປີນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn