ພາສາລາວ

ຍານອະວະກາດ “ເສີນໂຈ່ວ 19” ຈະຖືກສົ່ງຂຶ້ນສູ່ອະວະກາດໃນເວລາ 4 ໂມງ 27 ນາທີຂອງວັນທີ 30 ຕຸລານີ້

CRI2024-10-29 11:20:23
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 29 ຕຸລານີ້, ກອງປະຊຸມຖະແຫຼງຂ່າວກ່ຽວກັບພາລະກິດການບິນອະວະກາດບັນທຸກຄົນຂອງຍານອະວະກາດ “ເສີນໂຈ່ວ 19” ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມຈິວສວນ ແຂວງກ່ານຊູ້ຈີນ.

ໃນໂອກາດນີ້, ໂຄສົກຖະແຫຼງຂ່າວໄດ້ແນະນໍາໃຫ້ຮູ້ວ່າ: ໂດຍຜ່ານການຄົ້ນຄວ້າພິຈາລະນາ, ສູນບັນຊາການໃຫຍ່ສໍາລັບພາລະກິດການບິນອະວະກາດເທື່ອນີ້ໄດ້ຕົກລົງຈະສົ່ງຍານອະວະກາດບັນທຸກຄົນ “ເສີນໂຈ່ວ 19” ຂຶ້ນສູ່ອະວະກາດໃນເວລາ 4 ໂມງ 27 ນາທີຂອງວັນທີ 30 ຕຸລານີ້.

ວັນທີ 28 ຕຸລານີ້, ເຈົ້າໜ້າທີ່ໄດ້ຈັດການເຝິກຊ້ອມໃຫຍ່ສໍາລັບພາລະກິດຍິງສົ່ງຍານອະວະກາດບັນທຸກຄົນ “ເສີນໂຈ່ວ 19”. ປັດຈຸບັນ, ລະບົບຕ່າງໆຂອງພາລະກິດຍິງສົ່ງເທື່ອນີ້ໄດ້ສໍາເລັດການກວດກາເຕັກນິກຕ່າງໆທີ່ກ່ຽວຂ້ອງແລ້ວ ແລະ ໄດ້ກຽມພ້ອມວຽກງານຕ່າງໆກ່ອນຍິງສົ່ງຍານອະວະກາດ. ນອກນີ້, ວຽກງານກະກຽມດ້ານຕ່າງໆຂອງພາລະກິດຍິງສົ່ງຍານອະວະກາດເທື່ອນີ້ພວມໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ສໍາລັບຈະຫຼວດສົ່ງຍານສາງເຈິ່ງ 2F ທີ່ປະຕິບັດພາລະກິດຍິງສົ່ງເທື່ອນີ້ກໍາລັງລໍຖ້າຕື່ມເຊື້ອເພີງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

123全文 3 下一页

Share this story on

Messenger Pinterest LinkedIn