ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023
ອີງຕາມຕົວເລກຂໍ້ມູນການຈໍລະຈອນສິນຄ້າໃນ 3 ໄຕມາດຂອງປີນີ້ທີ່ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນເປີດເຜີຍໃຫ້ຮູ້ເມື່ອວັນທີ 29 ຕຸລານີ້ສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີນີ້ມາ, ສະພາບການເຄື່ອນໄຫວດ້ານເສດຖະກິດແຫ່ງຊາດແມ່ນມີຄວາມໝັ້ນທ່ຽງໂດຍລວມ ແລະ ມີຄວາມຄືບໜ້າບົນພື້ນຖານແຫ່ງຄວາມໝັ້ນທ່ຽງ, ພາຍໃຕ້ການປະສານສົມທົບກັນລະຫວ່າງນະໂຍບາຍທີ່ມີຢູ່ແລ້ວ ແລະ ນະໂຍບາຍເພີ່ມຕື່ມ, ການຈໍລະຈອນສິນຄ້າໄດ້ຮັກສາທ່ວງທ່າຟື້ນຟູດີຂຶ້ນ.
ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວປະເທດຈີນໄດ້ບັນລຸເຖິງ 258,200 ຕື້ຢວນ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ເມື່ອເບິ່ງຈາກແຕ່ລະໄຕມາດແລ້ວລ້ວນແຕ່ມີຈັງຫວະການເຕີບໂຕສູງກວ່າ 5%. ເວົ້າສະເພາະໃນເດືອນກັນຍາຜ່ານມາ, ພາຍໃຕ້ປະສິດທິຜົນສັງລວມຂອງນະໂຍບາຍຊຸກຍູ້ເສດຖະກິດຢ່າງເປັນລະບົບເລັ່ງສະເໜີອອກມາ, ຄວາມຕ້ອງການດ້ານການຈໍລະຈອນສິນຄ້າໄດ້ປາກົດມີການປ່ຽນແປງຢ່າງຕັ້ງໜ້າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved