ພາສາລາວ

ກະຊວງການຄ້າຈີນຄັດຄ້ານອາເມຣິກາໃຊ້ມາດຕະການລົງໂທດແບບຄວບຄຸມການສົ່ງອອກຕໍ່ວິສາຫະກິດຈີນຫຼາຍແຫ່ງ

cri2024-10-29 11:40:28
Share
Share this with Close
Messenger Pinterest LinkedIn

ວັນທີ 28 ຕຸລານີ້, ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບເລື່ອງທີ່ອາເມຣິກາໃຊ້ມາດຕະການລົງໂທດແບບຄວບຄຸມການສົ່ງອອກຕໍ່ວິສາຫະກິດຈີນຫຼາຍແຫ່ງ.

ໂຄສົກທ່ານນີ້ກ່າວຢືນຢັນວ່າ: ເມື່ອມໍ່ໆມານີ້, ອາເມຣິກາໄດ້ຈັດເອົາວິສາຫະກິດຈີນ6ແຫ່ງເຂົ້າໃນບັນຊີດຳ ພ້ອມທັງຈັດເອົາວິສາຫະກິດຈີນ3ແຫ່ງເຂົ້າໃນບັນຊີລາຍຊື່ທີ່ບໍ່ໄດ້ຜ່ານການກວດສອບເພື່ອຄວບຄຸມການສົ່ງອອກສິນຄ້າຕໍ່ວິສາຫະກິດເຫຼົ່ານີ້ໃນຂໍ້ອ້າງອັນທີ່ເອີ້ນວ່າ: ກ່ຽວພັນເຖິງການທະຫານ, ກ່ຽວພັນເຖິງອີຣານ ແລະອື່ນໆ. ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ເສີມຂະຫຍາຍນິຍາມກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ໃຊ້ມາດຕະການຄວບຄຸມການສົ່ງອອກຢ່າງທົ່ວທີບເພື່ອກົດໜີບວິສາຫະກິດປະເທດອື່ນເຊິ່ງລວມທັງວິສາຫະກິດຈີນ, ໄດ້ທຳລາຍສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດເຫຼົ່ານີ້, ທຳລາຍຄວາມຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກ.

ຈີນເລັ່ງທວງໃຫ້ອາເມຣິກາຍຸດຕິການກະທຳອັນຜິດພາດທັນທີ ແລະຈີນຈະໃຊ້ມາດຕະການອັນຈຳເປັນເພື່ອປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຈີນຢ່າງເດັດດ່ຽວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn