ພິມຈຳໜ່າຍປຶ້ມ “ຮິບໂຮມທັດສະນະຂອງທ່ານສີຈິ້ນຜິງວ່າດ້ວຍຈີນທີ່ມີສຸຂະພາບດີ”
ປຶ້ມ “ຮິບໂຮມທັດສະນະຂອງທ່ານສີຈິ້ນຜິງວ່າດ້ວຍຈີນທີ່ມີສຸຂະພາບດີ” ເຊິ່ງຮຽບຮຽງໂດຍສະຖາບັນຄົ້ນຄວ້າປະຫວັດສາດພັກແລະບົດນິພົນຂອງສູນກາງພັກຄອມມູນິດຈີນ ແລະ ຈັດພິມໂດຍສຳນັກພິມບົດນິພົນສູນກາງພັກໄດ້ເລີ່ມຈຳໜ່າຍຢູ່ທົ່ວປະເທດຈີນເມື່ອມໍ່ໆມານີ້.
ສຸຂະພາບຂອງປະຊາຊົນເປັນສັນຍາລັກທີ່ສຳຄັນຂອງຄວາມທັນສະໄໝສັງຄົມນິຍົມ. ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ມີທັດສະນະສຳຄັນຕ່າງໆໂດຍປິ່ນອ້ອມການສ້າງສາຈີນທີ່ມີສຸຂະພາບດີ ເຊິ່ງມີຄວາມໝາຍສຳຄັນທີ່ສຸດຕໍ່ການຊຸກຍູ້ການພັດທະນາວຽກງານສາທາລະນະສຸກ ແລະ ສຸຂະພາບຂອງຈີນໃນຍຸກໃໝ່, ໄດ້ສ້າງພື້ນຖານອັນໝັ້ນແກ່ນໃນດ້ານສຸຂະພາບໃຫ້ແກ່ການຊຸກຍູ້ການສ້າງສາປະເທດເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ.
ປຶ້ມເຫຼັ້ມນີ້ປະກອບມີ10ຫົວຂໍ້ສະເພາະ ລວມທັງໝົດ 292 ຕອນ ເຊິ່ງໄດ້ຄັດຈາກບົດນິພົນສຳຄັນຈຳນວນ140ກວ່າບົດ ຂອງສະຫາຍ ສີຈິ້ນຜິງ ເຊິ່ງລວມທັງ ບົດລາຍງານ, ບົດປາໄສ, ບົດໂອ້ລົມ, ຄຳເຫັນ, ຈົດໝາຍ, ຄຳຊີ້ນຳ ແລະອື່ນໆຂອງເພິ່ນໃນລະຫວ່າງເດືອນພະຈິກປີ2012ຫາເດືອນກັນຍາປີ2024.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved