ພາສາລາວ

ທ່ານສີຈິ້ນຜິງ: ຝ່າຍຈີນຈະລິເລີ່ມສ້າງສະຫະພັນການຮ່ວມມືຄັງປັນຍາເຂດໂລກໃຕ້ ເພື່ອຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ການຖອດຖອນບົດຮຽນດ້ານການປົກຄອງປະເທດແລະບໍລິຫານການເມືອງລະຫວ່າງປະເທດຕ່າງໆ

cri2024-10-24 17:23:53
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 24 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາຜູ້ນຳ“ບຣິກສ+”ຢູ່ສູນປະຊຸມແລະວາງສະແດງຄາຊານຂອງຣັດເຊຍ ພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນພາຍໃຕ້ຫົວຂໍ້“ສຸມກຳລັງທີ່ໃຫຍ່ຫຼວງຂອງເຂດໂລກໃຕ້ ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຮ່ວມກັນສ້າງອະລິຍະທຳໃຫ້ຈະເລີນ, ບັນລຸຄວາມກົມກຽວຫຼາຍເຄົ້າ. ພວກເຮົາຄວນເປັນກຳລັງຊຸກຍູ້ການຖອດຖອນບົດຮຽນດ້ານອະລິຍະທຳ, ເພີ່ມທະວີການຕິດຕໍ່ສື່ສານແລະການສົນທະນາ, ສະໜັບສະໜູນໃຫ້ແຕ່ລະຝ່າຍເດີນຕາມເສັ້ນທາງຫັນເປັນທັນສະໄໝທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ. ຝ່າຍຈີນຈະລິເລີ່ມສ້າງສະຫະພັນການຮ່ວມມືຄັງປັນຍາເຂດໂລກໃຕ້ ເພື່ອຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ການຖອດຖອນບົດຮຽນດ້ານການປົກຄອງປະເທດ ແລະ ບໍລິຫານການເມືອງລະຫວ່າງປະເທດຕ່າງໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn