ພາສາລາວ

ທ່ານສີຈິ້ນຜິງ ຕີລາຄາການຮ່ວມມືປະເທດບຣິກສ “ຜູ້ດຽວຍ່າງໄວ, ແຕ່ຍ່າງຫຼາຍຄົນໄປໄດ້ໄກ.”

cri2024-10-23 17:25:17
Share
Share this with Close
Messenger Pinterest LinkedIn

ໃນຫຼາຍປີຜ່ານມານີ້, ການຮ່ວມມືຂອງປະເທດບຣິກສ ສາມາດພັດທະນາໄດ້ຢ່າງວ່ອງໄວ, ສາເຫດສຳຄັນກໍເປັນຍ້ອນວ່າໄດ້ຊອກເຫັນເສັ້ນທາງຮ່ວມມືທີ່ຖືກຕ້ອງ. ສະນັ້ນ, “ອົງການບຣິກສ ຈະຮັບເອົາສະມາຊິກໃໝ່ຫຼືບໍ່?” ປະຊາຄົມໂລກໄດ້ໃຫ້ຄວາມສົນໃຈຕໍ່ບັນຫາດັ່ງກ່າວໃນລະດັບສູງມາໂດຍຕະຫຼອດ.

ໃນກອງປະຊຸມສຸດຍອດບຣິກສຄັ້ງທີ 15 ທີ່ຈັດຂຶ້ນຢູ່ອາຟຣິກາໃຕ້ໃນເດືອນສິງຫາປີ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເວົ້າເຖິງສຸພາສິດອາຟຣິກາຄື: “ຜູ້ດຽວຍ່າງໄວ, ແຕ່ຍ່າງຫຼາຍຄົນໄປໄດ້ໄກ.” ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ພວກເຮົາຕ້ອງຍຶດໝັ້ນຈິດໃຈບຣິກສທີ່ເປີດກວ້າງ, ກວມລວມ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຮັດໃຫ້ປະເທດຫຼາຍກວ່າເກົ່າເຂົ້າເປັນສະມາຊິກຂອງຄອບຄົວໃຫຍ່ບຣິກສ, ເຕົ້າໂຮມສະຕິປັນຍາ ແລະກຳລັງວັງຊາຂອງຫຼາຍປະເທດ, ຊຸກຍູ້ໃຫ້ການບໍລິຫານໂລກກ້າວໄປສູ່ທິດທາງທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.”

ໂດຍຜ່ານການແລກປ່ຽນຄວາມເຫັນຢ່າງເລິກເຊິ່ງຫຼາຍຄັ້ງ, ກອງປະຊຸມສຸດຍອດບຣິກສປີຜ່ານມາໄດ້ຕົກລົງທາງການເມືອງວ່າ: ວົງຄະນາຍາດບຣິກສຈະຕ້ອນຮັບປະເທດສະມາຊິກໃໝ່ຢ່າງເປັນທາງການ ແລະ ຈະຕັ້ງໜ້າຄົ້ນຄວ້າສ້າງປະເທດຄູ່ຮ່ວມບຣິກສ.

ຄວາມຈິງໄດ້ພິສູດໃຫ້ເຫັນວ່າ: ປະເທດບຣິກສບໍ່ແມ່ນວົງການທີ່ປິດລ້ອມ ແລະ ກຸ່ມກ້ອນຄັບແຄບທີ່ປັດເຂ່ຍປະເທດອື່ນ, ແຕ່ແມ່ນວົງຄະນາຍາດທີ່ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຄູ່ຮ່ວມທີ່ດີໃນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ເຖິງວ່າປະເທດຕ່າງໆມີສະພາບເງື່ອນໄຂຕົວຈິງທີ່ແຕກຕ່າງກັນກໍຕາມ, ແຕ່ທຸກປະເທດແມ່ນມີເປົ້າໝາຍຮ່ວມເພື່ອສະແຫວງຫາການພົວພັນຄູ່ຮ່ວມມື ແລະ ການພັດທະນາທີ່ມີຄວາມຈະເລີນຮຸ່ງເຮືອງ.

ເມື່ອຫວນຄືນເບິ່ງຂະບວນການຮ່ວມມືຜ່ານມາຂອງບຣິກສຈະເຫັນໄດ້ວ່າ: ປະເທດຕ່າງໆໄດ້ຍຶດໝັ້ນຈິດໃຈທີ່ເປີດກວ້າງ, ກວມລວມ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເມືອງ ແລະ ວັດທະນະທຳຢ່າງບໍ່ລົດລະ ໂດຍໄດ້ເຮັດໃຫ້ບຣິກສມີຜົນສຳເລັດ ແລະ ມີຖານະບົດບາດນັບມື້ນັບຫຼາຍຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

123全文 3 下一页

Share this story on

Messenger Pinterest LinkedIn