ພາສາລາວ

ປະເທດບຣິກສຮຽກຮ້ອງໃຫ້ດຳເນີນການປະຕິຮູບລະບຽບການບໍລິຫານໃນສາກົນ

CRI2024-10-22 15:50:58
Share
Share this with Close
Messenger Pinterest LinkedIn

ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບມະຫາວິທະຍາໄລເຢິນໝິນຈີນ, ຜ່ານສະຖາບັນຄົ້ນຄວ້າການສື່ສານສາກົນຍຸກໃໝ່ ດຳເນີນການສຳຫຼວດຄວາມເຫັນຕໍ່ 1.634 ຄົນຂອງປະເທດບຣິກສໂດຍຜ່ານຮູບແບບການຕອບແບບສອບຖາມ. ຜູ້ຕອບແບບສອບຖາມ 96,2% ເຫັນວ່າ, ປະເທດຕ່າງໆຄວນເຂົ້າຮ່ວມວຽກງານສາກົນຢ່າງສະເໝີພາບກັນ ແລະ ຮ່ວມກັນສ້າງລະບົບ ແລະ ລະບຽບສາກົນ; 72,6% ສະໜັບສະໜູນດຳເນີນການປະຕິຮູບທີ່ຈຳເປັນຕໍ່ລະບຽບສາກົນ ແລະ ກົດລະບຽບສາກົນທີ່ ນຳພາໂດຍປະເທດທີ່ພັດທະນາແລ້ວເປັນຕົ້ນຕໍ.

ນອກນີ້, ວິໄສທັດການພັດທະນາຂອງຄວາມທັນສະໄໝແບບຈີນກໍໄດ້ຮັບຄວາມເຫັນດີໃນລະດັບສູງຈາກຜູ້ຕອບແບບສອບຖາມຂອງປະເທດບຣິກສ ຄື: 89,4% ເຫັນວ່າ ການພັດທະນາເປັນໜ້າທີ່ສຳຄັນອັນດັບໜຶ່ງຂອງປະເທດພວມພັດທະນາ; 88,6%ໄດ້ສະແດງຄວາມຊົມເຊີຍຕໍ່ວິໄສທັດການພັດທະນາທີ່ “ຖືຄົນເປັນກົກ”.

.md_Laos_page01 .md_hd{width:300px;}

1234全文 4 下一页

Share this story on

Messenger Pinterest LinkedIn