ພາສາລາວ

ໂລກຈະໄປທາງໃດ? ຜູ້ຕອບແບບສອບຖາມຄອງຄອຍ “ຄຳຕອບຈາກບຣິກສ”

CRI2024-10-21 17:05:05
Share
Share this with Close
Messenger Pinterest LinkedIn

ໃນຊຸມປີມໍ່ໆມານີ້, ປະເທດບຣິກສຜ່ານການສ້າງທະນາຄານພັດທະນາໃໝ່, ການຈັດວາງຄັງສະສົມຮັບມືສຸກເສີນ ແລະ ມາດຕະການອື່ນໆ, ຊຸກຍູ້ໂອກາດແລະໝາກຜົນຂອງການພັດທະນາໃຫ້ເຂົ້າເຖິງປະເທດພວມພັດທະນາຈຳນວນຫຼວງຫຼາຍ. ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດຕໍ່ຜູ້ໃຊ້ອິນເຕີເນັດທົ່ວໂລກ, ໂດຍຜົນການຕອບແບບສອບຖາມສະແດງໃຫ້ເຫັນວ່າ, ຜູ້ຕອບແບບສອບຖາມ 92,87% ເຫັນວ່າ ກົນໄກດັ່ງກ່າວໄດ້ຊຸກຍູ້ການຮ່ວມມື “ເຂດໂລກໃຕ້”; 94,2% ເຫັນວ່າ ບົດບາດຂອງກົນໄກການຮ່ວມມືປະເທດບຣິກສພວມເປີດກວ້າງອອກຢ່າງບໍ່ຢຸດຢັ້ງ; 94,1%ກ່າວວ່າ, ໃນຖານະເປັນກົນໄກການຮ່ວມມືຫຼາຍຝ່າຍທີ່ປະກອບດ້ວຍປະເທດກຸ່ມເສດຖະກິດຈະເລີນໃໝ່, ບຣິກສສາມາດເພີ່ມພະລັງຂັບເຄື່ອນຫຼາຍກວ່າເກົ່າເຂົ້າໃນການຟື້ນຟູເສດຖະກິດຂອງໂລກ.

ເປັນເວລາດົນນານມາແລ້ວ, ກົນໄກການຮ່ວມມືປະເທດບຣິກສໄດ້ຕັ້ງໜ້າປະຕິບັດຕາມຈິດໃຈປະເທດບຣິກສທີ່ເປີດກວ້າງ ກວມລວມ ຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ນັບມື້ນັບກາຍເປັນກຳລັງສຳຄັນທີ່ຊຸກຍູ້ການຮ່ວມມືຂອງໂລກ ແລະ ລັດທິຫຼາຍຝ່າຍ. ກ່ຽວກັບເລື່ອງນີ້, ຜູ້ຕອບແບບສອບຖາມ 89,6%ເຫັນວ່າ ກົນໄກການຮ່ວມມືບຣິກສມີຜົນດີຕໍ່ການຊຸກຍູ້ລະບຽບສາກົນທີ່ມີຄວາມຍຸຕິທຳ ປະຊາທິປະໄຕ ແລະ ສົມເຫດສົມຜົນຫຼາຍກວ່າເກົ່າ; 91,65% ເຫັນວ່າ, ຈີນທີ່ເປັນປະເທດພວມພັດທະນາໃຫຍ່ທີ່ສຸດໃນໂລກ, ທັດສະນະແລະ ບົດຮຽນແຫ່ງການພັດທະນາຂອງຄວາມທັນສະໄໝແບບຈີນ ໄດ້ສະໜອງບົດຮຽນທີ່ສຳຄັນໃຫ້ແກ່ການຫັນເປັນທັນສະໄໝຂອງປະເທດທີ່ເປັນຕະຫຼາດຈະເລີນໃໝ່.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ປະທານາທິບໍດີ ສ.ກົງໂກ: ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍອາຟຣິກາພັດທະນາຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ

ຜູ້ໄດ້ຮັບລາງວັນຕູຣິງ: ຢູ່ທ່າມກາງຄະນິດສາດຈະສາມາດຄົ້ນຫາຄວາມງາມແຫ່ງຄວາມຖາວອນ

ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn